ເຂົ້າຮ່ວມມີ ບັນດາທ່ານຮອງປະທານຄະນະບໍລິຫານງານ ສສຍລ, ທ່ານຜູ້ຕາງໜ້າອົງການ UNDP, UNFPA, ADB ປະຈໍາ ສປປ ລາວ, ຕາງໜ້າຈາກສະຫະພັນແມ່ຍິງກະຊວງ-ອົງການ, ສະຖານທູດ, ອົງການຈັດຕັ້ງທາງສັງຄົມ, ແຂກຖືກເຊີນ ພ້ອມດ້ວຍພະນັກງານອ້ອມຂ້າງ ສສຍລ ເຂົ້າຮ່ວມ. ໃນພິທີ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສສຍລ ໄດ້ກ່າວເປີດພິທີຢ່າງເປັນທາງການ ເຊິ່ງທ່ານໄດ້ເນັ້ນຄືນເຖິງຄວາມໝາຍ ຄວາມສໍາຄັນຂອງວັນສ້າງຕັ້ງສະຫະພັນແມ່ຍິງລາວ, ການພົວພັນຮ່ວມມືກັບອົງການສາກົນ ທີ່ໄດ້ໃຫ້ການສະໜັບສະໜູນໃນວຽກງານພັດທະນາແມ່ຍິງ ແລະ ເດັກນ້ອຍຕະຫຼອດມາ ແລະ ພ້ອມທັງຈະໄດ້ວາງແຜນຮ່ວມກັນໃນຕໍ່ໜ້າຕື່ມອີກ. ໃນພິທີຍັງໄດ້ຈັດສໍາມະນາໃນ 2 ຫົວຂໍ້ຄື: ຜົນສໍາເລັດຂອງແມ່ຍິງ ແລະ ການປະກອບສ່ວນເຂົ້າໃນວຽກງານຂະແໜງການປ່ຽນແປງດິນຟ້າອາກາດ, ສິ່ງແວດລ້ອມ ແລະ ການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ການຈົດທະບຽນແຕ່ງດອງ ແລະ ການແຕ່ງດອງແຕ່ອາຍຸຍັງນ້ອຍ; ມີການຈົດທະບຽນແບບເຄື່ອນທີ່, ຮັບຊົມການເດີນແບບເຄື່ອງນຸ່ງບັນດາເຜົ່າ ແລະ ກິດຈະກຳອື່ນໆຕື່ມອີກ.
ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ຈັດຂຶ້ນໃນວັນທີ 22 ກໍລະກົດ 2022 ທີ່ສູນອົບຮົມແມ່ຍິງລາວ.
