ໂທລະສັບ 021 316253

ພິທີປີດຊຸດຝຶກອົບຮົບອາສາສະໝັກຂອງສູນສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

Oct 12, 2023 | ຂ່າວສານ ແລະ ກິດຈະກຳ

ພິທີປີດຊຸດຝຶກອົບຮົບອາສາສະໝັກຂອງສູນສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ (ສູນGEVAW) ໄດ້ຈັດຂຶ້ນໃນຕອນບ່າຍຂອງຄັ້ງວັນທີ 29ກັນຍາ 2023 ທີ່ມະຫາວິທະຍາໄລແຫ່ງຊາດ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ອຈ ປທ ລຳວຽງ ພົງສະຫວັດ ຮອງຫົວໜ້າພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ, ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ນາງ ຄວອນ ຮຍອນຈອງ ຜູ້ຈັດການໂຄງການ P-EVAW ຝ່າຍເກົາຫຼີ; ມີອາຈານ ແລະ ນັກສຶກສາພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ທີ່ເຂົ້າຮ່ວມຊຸດຝຶກອົບຮົມ, ຄະນະຈັດຕັ້ງປະຕິບັດໂຄງການ P-EVAW, ພະນັກງານສູນ GEVAWເຂົ້າຮ່ວມທັງໝົດ ຈຳນວນ 44 ທ່ານ ເປັນຍິງ 39 ທ່ານ.
ຊຸດຝຶກອົບຮົມ ມີຜູ້ເຂົ້າຮ່ວມທັງໝົດ 31 ທ່ານ, ເປັນຍິງ 28 ທ່ານ ແລະ ເປັນຊາຍ 3 ທ່ານ ຊຶ່ງເປັນນັກສຶກສາພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ, ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ. ຄູຝຶກ ມາຈາກ ສູນສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ສູນສຸຂະພາບພັດທະນາແມ່ຍິງ ແລະ ໄວໜຸ່ມ, ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ແລະ ສະມາຄົມພັດທະນາບົດບາດຍິງ-ຊາຍ. ເນື້ອໃນການຝຶກອົບຮົມປະກອບມີ: ຄວາມສຳຄັນແລະຈັນຍາບັນຂອງອາສາສະໝັກ, ຄວາມເຂົ້າໃຈຕໍ່ສິດທິແມ່ຍິງ ແລະ ບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ສະມາຄົມພັດທະນາບົດບາດຍິງ-ຊາຍ, ການເອົາໃຈໃສ່ບົດບາດຍິງ-ຊາຍ, ຄວາມເຊື່ອດັ່ງເດີມກ່ຽວກັບບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ຄວາມສໍາຄັນ ແລະ ແນວທາງຂອງການສ້າງກິດຈະກໍາປູກຈິດສໍານຶກໃນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ, ວິທີການວາງແຜນກິດຈະກຳແລະ ອອກແບບບົດນຳສະເໜີກິດຈະກຳ. ຜ່ານການບັນລະຍາຍ, ເຮັດກິດຈະກຳ ແລະ ປະຕິບັດຕົວຈິງ ເຫັນວ່າມີຄວາມຟົດຟື້ນ, ມີການແລກປ່ຽນຄວາມຮູ້ ແລະ ປະສົບການ, ຍົກບັນຫາຕົວຈິງມາສົນທະນາ ແລະ ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ເຮັດໃຫ້ການຝຶກອົບຮົມໃນຄັ້ງນີ້ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.