ໂທລະສັບ 021 316253

ພິທີປາຖະກະຖາ ພາຍໃຕ້ຫົວຂໍ້: ການພົວພັນ ແລະ ຮ່ວມມື ລະຫວ່າງ ສະຫະພັນແມ່ຍິງລາວ-ກູບາ

May 26, 2023 | ຂ່າວສານ ແລະ ກິດຈະກຳ, ເດັ່ນ

ຕອນບ່າຍວັນທີ 19 ພຶດສະພາ 2023 ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ສະຫະພັນແມ່ຍິງກູບາ ຈັດພິທີປາຖະກະຖາ ພາຍໃຕ້ຫົວຂໍ້: ການພົວພັນ ແລະ ຮ່ວມມື ລະຫວ່າງ ສະຫະພັນແມ່ຍິງລາວ-ກູບາ ເນື່ອງໃນໂອກາດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ
ໃຫ້ກຽດເຂົ້າຮ່ວມພິທີໂດຍ: ທ່ານ ນ. ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ, ທ່ານ ນ. ເຕເຣສາ ມາເຣຍ ອາເມເຣເຢບຸຍ ກຳມະການກົມການເມືອງສູນກາງພັກ, ສະມາຊິກສະພາແຫ່ງລັດ, ເລຂາທິການໃຫຍ່ຂອງ ສະຫະພັນແມ່ຍິງແຫ່ງຊາດກູບາ, ມີຕາງໜ້າອົງການມະຫາຊົນ, ທ່ານຮອງປະທານ ສສຍລ, ທ່ານເອກອັກຄະລັດຖະທູດ ສ.ກູບາ ປະຈໍາ ສປປ ລາວ, ຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຕາງໜ້າກະຊວງການຕ່າງປະເທດ, ສະມາຄົມມິດຕະພາບລາວ-ກູບາ, ສະຫະພັນແມ່ຍິງບັນດາກະຊວງ-ອົງການ, ຄະນະຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້້າຮ່ວມ.
ໃນພິທີ, ທ່ານນາງ ເຕເຣາສາ ມາເຣຍ ອາມາເຣເຢບຸຍ ໄດ້ເລົ່າຄືນມູນເຊື້ອຂອງກູບາ ເວົ້າລວມ ເວົ້າສະເພາະການພົວພັນຮ່ວມມືລະຫວ່າງ ສະຫະພັນແມ່ຍິງລາວ ແລະ ສະຫະພັນແມ່ຍິງກູບາ ຊຶ່ງຍາມໃດກໍ່ໄດ້ພົວພັນປະສານງານຢ່າງສະໜິດແໜ້ນ ຊຶ່ງເປັນການຜັນຂະຫຍາຍຂໍ້ຕົກລົງການຮ່ວມມືລະຫວ່າງສອງພັກສອງລັດ ກໍ່ຄືສອງສະຫະພັນແມ່ຍິງລາວ-ກູບາ ໃຫ້ນັບມື້ນັບກວ້າງຂວາງແລະ ແໜ້ນແຟ້ນຂຶ້ນ; ໄປຄຽງຄູ່ກັນນີ້ຍັງໄດ້ຮັບຟັງການນໍາສະເໜີກ່ຽວກັບ ວຽກງານຄວາມສະເໜີພາບລະຫວ່າງຍິງ-ຊາຍ ໃນໄລຍະ 63 ປີ ຂອງການປະຕິວັດກູບາ, ເຖິງໄລຍະຜ່ານມາກູບາຈະພົບຄວາມຫຍຸ້ງຍາກ ແຕ່ພັກ ແລະລັດກໍ່ໄດ້ຊີ້ນຳນຳພາເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ ໂດຍສະເພາະການພັດທະນາເສດຖະກິດ-ສັງຄົມ.
ໂອກາດນີ້ ທ່ານນ. ອິນລາວັນ ແກ້ວບຸນພັນ ໄດ້ມີຄໍາເຫັນຕໍ່ພິທີ ຊຶ່ງບາງຕອນທ່ານກ່າວວ່າ: “ຂ້າພະເຈົ້າ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ-ລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ເວົ້າລວມ, ຊຶ່ງມີປະທານ ຟີແດນ ກາດສະໂຕຼ ແລະ ປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງພວກເຮົາ ພ້ອມດ້ວຍຄະນະນໍາລຸ້ນກ່ອນ ໄດ້ກໍ່ຕັ້ງ ແລະ ສ້າງໄວ້ໃຫ້ພວກເຮົາ, ພວກເຮົາລຸ້ນສືບທອດ ໄດ້ສືບຕໍ່ເສີມຂະຫຍາຍ ແລະ ພ້ອມກັນຮັກສາສາຍພົວພັນອັນສະໜິດແໜ້ນຂອງສອງປະເທດ ໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ສປປ ລາວ ໃນປັດຈຸບັນ; ພ້ອມທັງຕີລາຄາສູງຕໍ່ບົດບາດການນໍາພາຂອງ ພັກກອມມູນິດກູບາ ແລະ ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສຳເລັດຂອງກູບາ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປົກປັກຮັກສາໝາກຜົນຂອງການປະຕິວັດໄວ້ຢ່າງໝັ້ນຄົງຕະຫຼອດໄລຍະ 60 ກວ່າປີຜ່ານມາ, ຂອບໃຈ ແລະ ຊົມເຊີຍຕໍ່ພັກກອມມູນິດກູບາ ທີ່ກ້າແກ່ນເຂັ້ມແຂງຍືນຢູ່ກຳແພງດ້ານໜ້າ ເຖິງຈະຖືກປິດລ້ອມດ້ວຍຫຼາຍຮູບແບບ ແຕ່ພວກສະຫາຍກໍ່ຍັງມີຄວາມໝັ້ນຄົງ ໜຽວແໜ້ນ, ມີການພັດທະນາປະເທດຊາດ ນັບມື້ນັບຂະຫຍາຍຕົວ; ອັນພົ້ນເດັ່ນແມ່ນ ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ທົ່ວປວງຊົນກູບາແມ່ນເລິກເຊິ່ງ ແລະ ເຖິງຖອງແທ້; ບົດບາດຂອງແມ່ຍິງກູບາ ຊຶ່ງນໍາໂດຍ ສະຫາຍ ນ. ເຕເຣສາ ມາເຣຍ ອາມາເຣເຢ ບຸຍ ເປັນຜູ້ມີບົດບາດໃນພັກກອມມູນິດກູບາ ເພາະສະຫາຍກໍ່ແມ່ນຜູ້ນໍາລະດັບສູງຂອງພັກ ແລະ ສະພາຂອງກູບາ ຈຶ່ງເຮັດວຽກງານແມ່ຍິງຂອງກູບາມີອັນພົ້ນເດັ່ນ ເປັນຕົ້ນ: ຕໍາແໜ່ງທຸກລະດັບຂອງແມ່ຍິງກວມເຖິງ 50% ໂດຍສະເພາະແມ່ນ ຂົງເຂດການເມືອງ ແລະ ວິທະຍາສາດ, ຂົງເຂດສະພາແຫ່ງຊາດ ກວມ 70% , ນະໂອກາດນີ້ຂໍສະແດງຄວາມຊົມເຊີຍ ທ່ານປະທານສະຫະພັນແມ່ຍິງກູບາ ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງລັດ ຕື່ມອີກໜຶ່ງສະໄໝ”
ໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫະພັນແມ່ຍິງກູບາ ໄດ້ປະດັບຫຼຽນກາລະນຶກ 23 ສິງຫາ ໃຫ້ ທ່ານ ນ. ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ໃຫ້ກຽດປະດັບໂດຍ ທ່ານ ນ. ເຕເຣສາ ມາເຣຍ ອາເມເຣເຢບຸຍ ກຳມະການກົມການເມືອງສູນກາງພັກ, ສະມາຊິກສະພາແຫ່ງລັດ, ເລຂາທິການໃຫຍ່ຂອງ ສະຫະພັນແມ່ຍິງແຫ່ງຊາດກູບາ.