ພາຍຫຼັງສຳເລັດການເຮັດກິດຈະກຳຕ່າງໆແລ້ວ, ເຖົ້າແກ່ແນວໂຮມບ້ານເວີນ ໄດ້ເຮັດພິທີບາສີສູ່ຂວັນໃຫ້ແກ່ທ່ານປະທານຄະນະບໍລິຫານງານ ສສຍລ ແລະ ທ່ານ ນ. ເພຍ ບຣິດໂຕ ພ້ອມຄະນະ ເພື່ອເປັນສິລິມຸງຄຸນ ໃນການລົງມາເຄື່ອນໄຫວວຽກງານຄັ້ງນີ້. ນອກຈາກນັ້ນ, ຄະນະຈາກສູນກາງສະຫະພັນແມ່ຍິງລາວ ແລະ ອົງການອຸຍນິເຊບ ປະຈໍາ ສປປ ລາວ ຍັງໄດ້ໄປຢ້ຽມຢາມບ້ານຂອງປະຊາຊົນທີ່ຕໍ່າສາດຂາຍເປັນສິນຄ້າທີ່ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວອີກດ້ວຍ.