ພາຍຫຼັງເດີນທາງຮອດສະໜາມບິນສາກົນ ເມືອງ ຮາວານາ ປະເທດ ສ.ກູບາ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຫົວໜ້າຫ້ອງການ ສສຍລ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ນ. ເຕເຣສາ ມາເຣຍ ອາມາເຣເຢ ບຸຍ, ກຳມະການກົມການເມືອງສູນກາງພັກກອມມູນິດກູບາ, ສະມາຊິກສະພາແຫ່ງລັດ, ເລຂາທິການໃຫຍ່ສະຫະພັນແມ່ຍິງກູບາ ແລະ ທ່ານ ວັນທາ ແສງເມືອງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສ.ກູບາ ພ້ອມດ້ວຍຄະນະ.