ໂທລະສັບ 021 316253

ພາຍຫຼັງສຳເລັດການຢ້ຽມຢາມຢ່າງເປັນທາງການຕາມການເຊື້ອເຊີນຂອງ ສະຫະພັນແມ່ຍິງກູບາ

Feb 24, 2023 | ຂ່າວສານ

ພາຍຫຼັງສຳເລັດການຢ້ຽມຢາມຢ່າງເປັນທາງການຕາມການເຊື້ອເຊີນຂອງ ສະຫະພັນແມ່ຍິງກູບາ. ຄະນະຜູ້ແທນ ສູນກາງສະຫະພັນແມ່ຍິງລາວ ນໍາໂດຍ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ເດີນທາງມາປະເທດຝະລັ່ງ ຕາມການເຊີນຂອງ ທ່ານ ຄໍາອິນ ຄິດຈະເດດ ເອກອັກຄະລັດຖະທູດ ສປປ ລາວ ປະຈຳປະເທດຝະລັ່ງ ແລະ ທ່ານ ຈູມຄໍາ ຫຼວງວັນ ກຳມະການສູນກາງແນວ​ລາວສ້າງຊາດ, ປະທານສໍາພັນຄົນລາວ ທີ່ປະເທດຝະລັ່ງ ພ້ອມຄະນະ ໄດ້ເຕົ້າໂຮມພີ່ນ້ອງຊາວລາວ ທີ່ສະຖານທູດລາວ ໃນວັນທີ 17 ກຸມພາ 2023 ເພື່ອພົບປະໂອ້ລົມສ້າງຄວາມສາມັກຄີ ເນື່ອງໃນໂອກາດວັນແມ່ຍິງສາກົນ ທີ່ຈະຫວນມາບັນຈົບຄົບຮອບ 113 ປີ. ໃນໂອກາດດັ່ງກ່າວທ່ານປະທານ ສສຍລ ໄດ້ຫວນຄືນມູນເຊື້ອທີ 8 ມີນາ ແລະ ການປະກອບສ່ວນຂອງແມ່ຍິງລາວໃນການປະຕິບັດພັນທະສາກົນຢ່າງມີຜົນສຳເລັດຕະຫຼອດມາ. ໃນນີ້ທ່ານປະທານ ສສຍລ ໄດ້ຍ້ອງຍໍຊົມເຊີຍພີ່ນ້ອງຊາວລາວທີ່ດຳລົງຊີວິດ ແລະ ພັດທະນາຄອບຄົວຢູ່ປະເທດຝະລັ່ງ ໂດຍສະເພາະເອື້ອຍນ້ອງແມ່ຍິງທີ່ຍັງຮັກສາໄດ້ວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ແລະ ການປະກອບສ່ວນສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນການຊ່ວຍເຫຼືອໄພພິບັດ ແລະ ອື່ນໆ ຢູ່ ສປປ ລາວ; ໃນໂອກາດດັ່ງກ່າວ ທ່ານຍັງໄດ້ເຊີນຊວນໃຫ້ນໍາພາລູກຫຼານຄົນຮຸ້ນໜຸ່ມກັບຄືນ ເມືອຢ້ຽມຢາມບ້ານເກີດເມືອງນອນ ໃນເດືອນ ພະຈິກ 2023 ທີ່ຈະມາເຖິງ.