loader image

ພາຍຫຼັງສຳເລັດກອງປະຊຸມ ຊຸກຍູ້ຕິດຕາມວຽກງານພັດທະນາແມ່ຍິງ​ ແລະ​ ການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງສະຫະພັນແມ່ຍິງລາວ

Jun 8, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ຕອນບ່າຍ​ ວັນທີ​ 08​ ມິຖຸນາ​ 2022,​ ພາຍຫຼັງສຳເລັດກອງປະຊຸມ ຊຸກຍູ້ຕິດຕາມວຽກງານພັດທະນາແມ່ຍິງ​ ແລະ​ ການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງສະຫະພັນແມ່ຍິງລາວ,​ ທ່ານນາງ ສີລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ​ ໄດ້ມອບ​ USB ສຳເນົາກົດໝາຍ ຈຳນວນ 18 ຊຸດ,​ ເຄື່ອງວັດແທກອຸນຫະພູມ ຈຳນວນ​ 02 ຊຸດ, ປື້ມ 3 ດີ ຈຳນວນ 100 ຫົວໃຫ້ ສຍ ແຂວງ ໄຊຍະບູລີ ເພື່ອແຈກຢາຍໃຫ້ ສຍ​ແຂວງ,​ ສຍ ເມືອງ​ ເພື່ອນໍາໃຊ້ເຂົ້າໃນວຽກງານ ຮັບໂດຍ ທ່ານນາງ​ຄຳຜິວ ພັນທະວົງ ປະທານສະຫະພັນແມ່ຍິງແຂວງໄຊຍະບູລີ​ ພ້ອມຄະນະ. ຫຼັງຈາກນັ້ນຄະນະດັ່ງກ່າວໄດ້ໄປຢ້ຽມຊົມຫ້ອງສະສົມເຄື່ອງຫັດຖະກຳບັນດາເຜົ່າ ເພື່ອເປັນພື້ນຖານໃນການສ້າງຫ້ອງມູນເຊື້ອ​ຂອງສະຫະພັນແມ່ຍິງແຂວງ​ໄຊຍະບູລີ.