ໂທລະສັບ 021 316253

ສະຫະພັນແມ່ຍິງກົມໃຫຍ່ພະລາທິການກອງທັບ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIII

Jul 12, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ, ສູນກາງ

ວັນທີ 30 ມີຖຸນາ 2022, ພະແນກສະຫະພັນແມ່ຍິງກົມໃຫຍ່ພະລາທິການກອງທັບ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIII, ສະຫຼຸບວຽກງານການຈັດຕັ້ງປະຕິບັດຂະບວນແຂ່ງຂັນ 3 ດີ ໃນໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີ (2021-2025), ໃຫ້ກຽດເຂົ້າຮ່ວມເປັນປະທານພ້ອມທັງໂອ້ລົມໂດຍ ທ່ານ ພົນຈັດຕະວາ ບຸນສູງ ຕູ້ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ສະຫາຍ ພັນເອກ ນາງ ຄໍາມີ ບົດນາລີ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ຄະນະພັກ-ຄະນະບັນຊາອົງການກົມ, ຫ້ອງການ, ກົມກອງ, ຄະນະນໍາແມ່ຍິງ, ວິຊາການ ແລະ ສະມາຊິກເອື້ອຍນ້ອງສະຫະພັນແມ່ຍິງພາຍໃນກົມ ແລະ ກອງອ້ອມຂ້າງເຂດໃຈກາງນະຄອນຫຼວງວຽງຈັນ ເຂົ້າຮ່ວມ ຈໍານວນ 120 ສະຫາຍຊາຍ 30 ສະຫາຍ.
ໃນກອງປະຊຸມ, ສະຫາຍ ພັນເອກ ນາງ ຄໍາມີ ບົດນາລີ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ແລະ ຫົວໜ້າພະແນກສະຫະພັນແມ່ຍິງກົມໃຫຍ່ພະລາທິການ, ພ້ອມດ້ວຍວິຊາການພະແນກພັດທະນາຫ້ອງການແມ່ຍິງກອງທັບ ໄດ້ຂຶ້ນເຜີຍແຜ່ເນື້ອໃນເອກະສານມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIII, ແຜນພັດທະນາແມ່ຍິງກອງທັບ ໄລຍະ 5 ປີ 2021-2025, ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວສະໄໝທີ VIII, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບວຽງການກວດກາສະຫະພັນແມ່ຍິງ ຂັ້ນກະຊວງປ້ອງກັນປະເທດ, ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຄະນະກວດກາຂອງສະຫະພັນແມ່ຍິງຂັ້ນພະແນກ, ຂະແໜງ ແລະ ໜ່ວຍເອກະລາດ ທີ່ຂື້ນກັບຫ້ອງການສະຫະພັນແມ່ຍິງກອງທັບ. ຈາກນັ້ນ ສະຫາຍ ພັນໂທ ນາງ ນຸ່ນແກ້ວ ຄໍາມຸງຄຸນ ຫົວໜ້າພະແນກສະຫະພັນແມ່ຍິງກົມໃຫຍ່ພະລາທິການກອງທັບ ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ 5 ປີ 2016-2020 ແລະ ທິດທາງແຜນການ 5 ປີ 2021-2025 ຂອງສະຫະພັນແມ່ຍິງກົມໃຫຍ່ພະລາທິການກອງທັບ, ຂໍ້ຕົກລົງຂອງສູນກາງສະຫະພັນແມ່ຍິງລາວ ແລະ ຂອງຫ້ອງການສະຫະພັນແມ່ຍິງກອງທັບ ວ່າດ້ວຍການຍ້ອງຍໍຜົນງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ VII 2016-2020, ຕະຫຼອດໄລຍະ 5 ປີຜ່ານມາ, ຄະນະນຳແມ່ຍິງແຕ່ລະຂັ້ນໃນທົ່ວກົມໃຫຍ່ພະລາທິການ ໄດ້ສຸມໃສ່ໃນການຊີ້-ນໍາພາການຈັດຕັ້ງປະຕິບັດເນື້ອໃນຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຕິດພັນກັບໜ້າທີ່ການເມືອງຂອງກົມກອງ, ເປັນກໍາລັງແຮງອັນສໍາຄັນ ປະກອບສ່ວນເຮັດສຳເລັດໜ້າທີ່ ຢ່າງເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ, ກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຂອງສູນກາງສະຫະພັນແມ່ຍິງລາວ ພະແນກສະຫະພັນແມ່ຍິງກົມໃຫຍ່ພະລາທິການ ໄດ້ກຳນົດເອົາ 8 ແຜນງານ 23 ໂຄງການ ຈາກ 8 ແຜນງານ 29 ໂຄງການຂອງຫ້ອງການສະຫະພັນແມ່ຍິງກອງທັບວາງອອກ ຜ່ານການປະຕິບັດວຽກງານຂໍ້ແຂ່ງຂັນ 3 ດີ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 2,948 ສະຫາຍ ສາມາດຄັດເລືອກໄດ້ ພົນລະເມືອງດີ 2,842 ສະຫາຍ, ກວມເອົາ 96,4%, ພັດທະນາດີ 2,115 ສະຫາຍ, ກວມເອົາ 71,74%, ຄອບຄົວດີ 2,432 ຄອບຄົວ, ກວມເອົາ 82,49%, ບຸກຄົນ 3 ດີ ປະເພດ I 2,675 ສະຫາຍ, ກວມເອົາ 90,73%, ບຸກຄົນ 3 ດີ ປະເພດ II 251 ສະຫາຍ, ກວມເອົາ 8,51%, ບຸກຄົນຕົວແບບ 133 ສະຫາຍ, ກວມເອົາ 4,5%, ຄອບຄົວຕົວແບບ 122 ຄອບຄົວ, ກວມເອົາ 4,13%, ພະແນກ, ຂະແໜງ, ໜ່ວຍເອກະລາດ 3 ດີ 192 ຫົວໜ່ວຍ ແລະ ກົມກອງຊີ້ນຳ-ນຳພາດີເດັ່ນ 44 ກົມກອງ.