ໂທລະສັບ 021 316253

ພະນັກງານການນຳ ແລະ ຜູ້ຮັບຜິດຊອບໂຄງການ ຂອງ ສສຍລ ເຂົ້າຮ່ວມທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ

Nov 9, 2023 | ຂ່າວສານ ແລະ ກິດຈະກຳ

ອີງຕາມແຜນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ເພື່ອເຊື່ອມສານຄວາມສະເໝີພາບ ຍິງ-ຊາຍ ເຂົ້າໃນແຜນພັດທະນາ ຂອງ ສປປ ລາວ ປະຈຳປີ 2023 ໃນວັນທີ 5 ພະຈິກ 2023 ນີ້ ພະນັກງານການນຳ ແລະ ຜູ້ຮັບຜິດຊອບໂຄງການ ຂອງສະຫະພັນແມ່ຍິງລາວ ນຳໂດຍທ່ານ ນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຈຳນວນ 16 ທ່ານ ຍິງ 15 ທ່ານ ຊາຍ 01 ທ່ານ ໄດ້ເຂົ້າຮ່ວມທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ຢູ່ ສາທາລະນະລັດເກົາຫລີ ເພື່ອແນໃສ່ສ້າງຂີດຄວາມສາມາດ ໃນການສ້າງລະບົບການປ້ອງກັນ ຕ້ານການໃຊ້ຄວາມຮຸນແຮງ ແລະ ເສີມຂະຫຍາຍຄວາມສາມາດດ້ານນະໂຍບາຍຂອງແມ່ຍິງລາວ 2023-2024.