ໂທລະສັບ 021 316253

ພະຍາດທີ່ມາພອ້ມກັບລະດູແລ້ງ

Sep 5, 2023 | ສຸຂະພາບ

ພະຍາດທີ່ມາພອ້ມກັບລະດູແລ້ງ

ໄລຍະນີ້ແມ່ນລະດູແລ້ງ ສິ່ງທີ່ມາກັບລະດູນີ້ທີ່ຫຼີກເວັ້ນບໍ່ໄດ້ແມ່ນພະຍາດບາງຢ່າງ ທີ່ເປັນອັນຕະລາຍຕໍ່ຮ່າງກາຍຂອງຄົນເຮົາ. ອາການບໍ່ສະບາຍຂອງຄົນເຮົາປະກອບມີ 3 ຢ່າງທີ່ເປັນອົງປະກອບຄື: ຮ່າງກາຍຂອງເຮົາເອງ, ສິ່ງແວດລ້ອມ ແລະ ເຊື້ອພະຍາດ, ທັງໝົດນີ້ຖ້າບໍ່ມີຄວາມສົມດູນກັນຈະເຮັດໃຫ້ຮ່າງກາຍອ່ອນແອ ແລະ ເຊື້ອພະຍາດກໍຈະເຂົ້າມາໃນຮ່າງກາຍຂອງເຮົາໄດ້. ດັ່ງນັ້ນ, ວາລະສານ ສາວລາວສະບັບນີ້ຂໍນຳສະເໜີກ່ຽວກັບອາການ ແລະ ພະຍາດທີ່ມາກັບລະດູແລ້ງ ເພື່ອໃຫ້ເຮົາຮູ້ທັນພະຍາດ ແລະ ຄວນກະກຽມວິທີປ້ອງກັນໄດ້ດັ່ງນີ້:

  1. ໄຂ້ຫວັດ ແລະ ໄຂ້ຫວັດໃຫຍ່ ສາເຫດສ່ວນຫຼາຍມັກເກີດມາຈາກເຊື້ອພະຍາດໃນນໍ້າມູກ ແລະ ນໍ້າລາຍ ຕິດຕໍ່ກັນໄດ້ທາງລົມຫາຍໃຈ, ໄອ ຫຼື ຈາມໃສ່ກັນ. ເຊື້ອພະຍາດດັ່ງກ່າວມັກແຜ່ກະຈາຍໃນສະຖານທີ່ແອອັດທີ່ບໍ່ມີອາກາດຖ່າຍເທສະດວກ ຊຶ່ງອາການຈະມີໄຂ້ສູງ, ເຈັບຫົວ, ສັ່ນໜາວ, ປວດເມື່ອຍຕາມຮ່າງກາຍ, ເຈັບ ແລະ ແສບຄໍແຕ່ຖ້າເປັນໄຂ້ຫວັດໃຫຍ່ກໍຈະມີອາການທີ່ຮຸນແຮງຂຶ້ນຕື່ມອາດຈະມີພາວະຂາດນໍ້າ, ປຸ້ນທ້ອງປວດຮາກ, ກິນອາຫານໄດ້ໜ້ອຍ ໂດຍສະເພາະເດັກນ້ອຍ ແລະ ຜູ້ອາຍຸສູງມີຄວາມສ່ຽງເປັນພະຍາດດັ່ງກ່າວ.
  2. ພະຍາດຫຼອດລົມອັກເສບ ສ່ວນຫຼາຍເກີດຈາກເຊື້ອພະຍາດທີ່ເຮັດໃຫ້ໄອຫຼາຍ ໂດຍສະເພາະແມ່ນຕອນກາງຄືນ ໄລຍະທີ່ເປັນຈະໄອແຫ້ງໆ, ມີສຽງແຫບ ແລະ ເຈັບໜ້າເອິກແຮງ, ຂີ້ກະເທີ່ຈະເປັນສີເຫຼືອງ ຫຼື ຂຽວ, ຮ່າງກາຍມີອຸນຫະພູມສູງ ອ່ອນເພຍ. ສຳລັບເດັກນ້ອຍຖ້າເປັນແລ້ວໄອຫຼາຍຈະເຮັດໃຫ້ໄອຫຼາຍຈົນຮາກອອກມາ ບາງຄົນອາການຈະເປັນຄືຫອບຫືດ ແລະ ສາມາດເຮັດໃຫ້ປອດອັກເສບໄດ້ ຊຶ່ງການຮັກສາເບື້ອງຕົ້ນແມ່ນຄວນພັກຜ່ອນໃຫ້ພຽງພໍ, ດື່ມນໍ້າອຸ່ນ ເພື່ອລະບາຍຂີ້ກະເທີ່ໃນລຳຄໍ ຫ້າມກິນນໍ້າເຢັນ, ຫ້າມສູບຢາ, ຫຼີກເວັ້ນສະຖານທີ່ແອອັດ ແລະ ບ່ອນທີ່ມີຝຸ່ນຫຼາຍ.
  3. ພະຍາດປອດບວມ ຫຼື ປອດອັກເສບ ມັກເກີດກັບເດັກນ້ອຍຫຼາຍກວ່າຜູ້ໃຫຍ່ ສາມາດຕິດຕໍ່ກັນໄດ້ທາງລົມຫາຍໃຈ, ນໍ້າມູກ, ນໍ້າລາຍ ແລະ ການໃຊ້ສິ່ງຂອງຮ່ວມກັນ, ໃຊ້ເວລາບົ່ມເຊື້ອພະຍາດ 1-3 ວັນ ຫຼື ອາດຈະເປັນອາທິດ. ພະຍາດດັ່ງກ່າວເປັນອັນຕະລາຍຕໍ່ເດັກນ້ອຍທີ່ມີອາຍຸນ້ອຍກວ່າ 5 ປີລົງມາ ເພາະສາມາດເຮັດໃຫ້ເດັກນ້ອຍ

ເສຍຊີວິດໄດ້. ດັ່ງນັ້ນ, ຜູ້ປົກຄອງຖ້າບໍ່ແນ່ໃຈ ຫຼື ສົງໃສວ່າລູກຂອງທ່ານມີອາການແບບນີ້ ຫຼື ບໍ່ນັ້ນ ຄວນປຶກສາແພດໝໍໃຫ້ທັນເວລາ ເພື່ອປ້ອງກັນບໍ່             ໃຫ້ເກີດກັບລູກໆຂອງທ່ານ.

  1. ພະຍາດຖອກທ້ອງ ເກີດມາຈາກເຊື້ອພະຍາດຫຼາຍຊະນິດ ສາມາດຕິດຕໍ່ໄດ້ຈາກການດື່ມນໍ້າ ຫຼື ກິນອາຫານທີ່ມີເຊື້ອພະຍາດປົນຢູ່ນຳ ອາການຂອງພະຍາດນີ້ແມ່ນຄົນເຈັບຈະຖ່າຍໜັກເປັນນໍ້າ, ແຫຼວເຂົ້າຫ້ອງນໍ້າຫຼາຍໆຄັ້ງ, ບາງຄົນຈະມີອາການຂາດນໍ້າຮຸນແຮງໄປກວ່ານັ້ນແມ່ນຕ້ອງໄດ້ເຂົ້າໄປປິ່ນປົວນຳແພດໝໍ. ພະຍາດນີ້ສາມາດພົບເຫັນໄດ້ໃນເຂດຊຸມຊົນ, ໂຮງຮຽນລ້ຽງເດັກ… ວິທີປ້ອງກັນພຽງແຕ່ອອກກຳລັງກາຍ, ເລືອກກິນອາຫານທີ່ສຸກດີ ແລະ ດື່ມນໍ້າທີ່ສະອາດ ກໍສາ ມາດຫຼີກເວັ້ນພະຍາດນີ້ໄດ້ຢ່າງແນ່ນອນ.
  2. ພະຍາດຜິວໜັງແຫ້ງ ຫຼື ອັກເສບ ພົບເຫັນໄດ້ໃນລະດູທີ່ມີອາກາດເຢັນ ແລະ ແຫ້ງ ຜິວໜັງຂອງຄົນເຮົາຈະແຫ້ງ ແລະ ບໍ່ມີຄວາມຊຸ່ມຊື່ນ ເຮັດໃຫ້ມີອາການຜິວແຫ້ງເປັນຂຸຍ ຫຼື ແຕກ ຈະຮູ້ສຶກຄັນຄາຍແລ້ວກໍເກົາເຮັດໃຫ້ຜິວໜັງເກີດມີຮອຍບາດ ແລະ ຕິດເຊື້ອເຮັດໃຫ້ຜິວອັກເສບໄດ້. ວິທີປ້ອງກັນແມ່ນເຮົາຄວນຮັກສາຈາກພາຍໃນສູ່ພາຍນອກ ໂດຍສະເພາະແມ່ນຕ້ອງດື່ມນໍ້າ ຫຼື ນໍ້າໝາກໄມ້ໃຫ້ຫຼາຍຂຶ້ນ, ປ່ຽນວິທີການອາບນໍ້າ ບໍ່ຄວນອາບນໍ້າຮ້ອນເກີນ 34 ອົງສາ, ທາຄຣີມບຳລຸງຜິວຫຼັງອາບນໍ້າ ຖ້າມີຜິວແຫ້ງຫຼາຍໆ ແນະນຳໃຫ້ໃຊ້ນໍ້າມັນໝາກກອກບໍລິສຸດທາຜິວ ຈະຊ່ວຍເຮັດໃຫ້ຜິວໜັງຊຸ່ມຊື່ນ ຖ້າຜິວໜັງອັກເສບຮຸນແຮງຄວນໄປປຶກສາແພດທັນທີ.ທັງໝົດນີ້ແມ່ນພະຍາດທີ່ພົບຫຼາຍທີ່ສຸດໃນລະດູແລ້ງ ເຮົາທຸກຄົນຄວນຮູ້ວິທີປ້ອງກັນ ແລະ ເບິ່ງແຍງສຸຂະພາບຕົນເອງ ແລະ ຄົນທີ່ທ່ານຮັກ ເຊັ່ນ ກິນອາຫານທີ່ສຸກສະອາດໃຫ້ຄົບ 5 ໝູ່, ຄວນລ້າງມືໃຫ້ສະອາດກ່ອນກິນອາຫານທຸກຄັ້ງ, ໃສ່ຜ້າອັດປາກທຸກຄັ້ງທີ່ຢູ່ສະຖານທີ່ແອອັດ ເພື່ອປ້ອງກັນເຊື້ອພະຍາດ ແລະ ປ້ອງກັນການແຜ່ເຊື້ອພະຍາດຈາກຕົນເອງໄປຫາຜູ້ອື່ນ, ໝັ່ນອອກກຳລັງກາຍ ພຽງເທົ່ານີ້ທ່ານກໍສາມາດມີສຸຂະພາບທີ່ແຂງແຮງໃນທຸກລະດູການ.

 

ຂໍ້ມູນຈາກ: https://www.thairath.co.th/content/390058

ຮຽບຮຽງໂດຍ: ລູກສາວລາວໃຕ້