ໂທລະສັບ 021 316253

ຝຶກອົບຮົມ ທັກສະການສື່ສານ ເພື່ອການປ່ຽນແປງສັງຄົມ ແລະ ພຶດຕິກຳ

Jul 4, 2023 | ຂ່າວສານ ແລະ ກິດຈະກຳ

ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໄດ້ຈັດຝຶກອົບຮົມ ທັກສະການສື່ສານ ເພື່ອການປ່ຽນແປງສັງຄົມ ແລະ ພຶດຕິກຳ, ຊຸດທີ 1 ໃນລະຫວ່າງ ວັນທີ 19-22 ມິຖຸນາ 2023 ທີ່ ແຂວງຫຼວງພະບາງ ໂດຍມີຜູ້ເຂົ້າຮ່ວມທີ່ ຕາງໜ້າມາຈາກ ຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ ຂອງສູນກາງສະຫະພັນແມ່ຍິງລາວ, ພ້ອມດ້ວຍ ທີມງານຊ່ຽວຊານ ຈາກອົງການ ສປຊ, ໂຄງການ ການປ້ອງກັນ ແລະ ລຶບລ້າງ ຄວາມຮຸນແຮງ ຕໍ່ແມ່ຍິງ ເພື່ອເຊື່ອມສານຄວາມສະເໝີພາບ ຍິງ-ຊາຍ ເຂົ້າໃນແຜນພັດທະນາຂອງ ສປປ ລາວ (ໂຄງການຄັນຮົ່ມ) ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ສີສະຫວັນ ເດດວົງສອນ ຮອງຫົວໜ້າຫ້ອງການ ສູນກາງສະຫະພັນແມ່ຍິງລາວ ທັງເປັນຜູ້ຮັບຜິດຊອບໂຄງການ ຄັນຮົ່ມ ແລະ ທ່ານ ນາງ ແຢຢອງ ຊອນ, ຊ່ຽວຊານ ປະຈຳໂຄງການຄັນຮົ່ມ ມີຜູ້ເຂົ້າຮ່ວມທັງໝົດ 24 ທ່ານ (ຍິງ 22 ທ່ານ ແລະ ຊາຍ 02 ທ່ານ).
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເສີມສ້າງທັກສະທີ່ຈຳເປັນໃຫ້ບັນດາກຸ່ມເປົ້າໝາຍ ທີ່ເຮັດວຽກກ່ຽວຂ້ອງກັບ ສື່ສານມວນຊົນ, ສື່ສັງຄົມອອນລາຍ ຂອງ ສສຍລ ພ້ອມທັງພັດທະນາ ການຜະລິດສື່ ເພື່ອສາມາດນຳໃຊ້ໃນການເຜີຍແຜ່ວຽກງານດັ່ງກ່າວໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນ. ການຝຶກອົບຮົມດັ່ງກ່າວນີ້ຈະໄດ້ດໍາເນີນໄປ ເປັນເວລາ 04 ວັນ, ເຊິ່ງໄດ້ຮັບການສະໜັບສະໜູນ ຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ພາຍໃຕ້ ໂຄງການ ການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງເພື່ອເຊື່ອມສານຄວາມສະເໝີພາບ ຍິງ-ຊາຍ ເຂົ້າໃນ ແຜນພັດທະນາ ຂອງ ສປປ ລາວ (ໂຄງການຄັນຮົ່ມ).