ຝຶກອົບຮົມວຽກງານປົກປ້ອງ, ຊ່ວຍເຫຼືອ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ໃຫ້ແກ່ພະນັກງານທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງ ຂອງແຂວງ ໄຊຍະບູລີ ໄດ້ຈັດຂຶ້ນລະຫວ່າງວັນທີ 31 ຕຸລາ ຫາ 02 ພະຈິກ 2023 ທີ່ ແຂວງ ໄຊຍະບູລີ ໂດຍການຮ່ວມມືລະຫວ່າງສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ແລະ ແຜນງານອາຊຽນ-ອົດສະຕາລີ ເພື່ອຕ້ານການຄ້າມະນຸດ ປະຈຳ ສປປ ລາວ (ASEAN-ACT). ພາຍໃຕ້ການເປັນປະທານ ແລະ ກ່າວເປີດກອງປະຊຸມໂດຍ ທ່ານ ນາງ ຄໍາຜິວ ພັນທະວົງ ກໍາມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ໄຊຍະບູລີ, ເປັນປະທານຮ່ວມໂດຍທ່ານ ນາງ ວັນນາລີ ອິນພະພົມ ຮອງຫົວໜ້າສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ພັດສະດາ ຈັນທະວົງ ຫົວໜ້າໂຄງການ, ແຜນງານອາຊຽນ-ອົດສະຕາລີ ເພື່ອຕ້ານການຄ້າມະນຸດ ປະຈໍາ ສປປ ລາວ (ASEAN-ACT); ມີຜູ້ເຂົ້າຮ່ວມ ຈໍານວນ 42 ຄົນ, ຍິງ 39 ຄົນ, ຊາຍ 03 ຄົນ ຕາງໜ້າຈາກ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ອົງການໄອຍະການປະຊາຊົນ, ສານປະຊາຊົນ, ສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງເມືອງ 11 ເມືອງ ຂອງແຂວງ ໄຊຍະບູລີ.
ຈຸດປະສົງແມ່ນເພື່ອຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ ໂດຍສະເພາະແມ່ນກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ, ແຜນພັດທະນາແມ່ຍິງແຫ່ງຊາດ ແຜນງານທີ VII ສົ່ງເສີມການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ ເຂົ້າເຖິງຂະບວນຍຸຕິທຳ ໂຄງການທີ 44, 46, 47 ແລະ ແຜນງານແຫ່ງຊາດວ່າດ້ວຍການຕ້ານການຄ້າມະນຸດ ແຜນງານທີ IV ການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ໃຫ້ເປັນຮູບປະທໍາ, ໃຫ້ກາຍເປັນການກະທຳຕົວຈິງ. ທັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານສະຫະພັນແມ່ຍິງເມືອງ ແລະ ແຂວງ, ຂະແໜງການຍຸຕິທຳທາງອາຍາແຂວງຂອງແຂວງ ໄຊຍະບູລີ ກ່ຽວກັບວຽກງານການກຳນົດຕົວ, ການປົກປ້ອງ, ຊ່ວຍເຫລືອ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ເພື່ອສາມາດຕອບສະໜອງໃຫ້ແກ່ການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.