ເນື່ອງໃນໂອກາດເຄື່ອນໄຫວວຽກງານຕິດຕາມ, ຊຸກຍູ້ວຽກງານສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ, ວາລະແຫ່ງຊາດ ແລະ ປະເມີນ, ທາບທາມກົດໝາຍ ຢູ່ແຂວງສະຫວັນນະເຂດ, ຕອນເຊົ້າວັນທີ 10 ເມສາ 2023 ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ແລະ ຄະນະປະທານສະຫະພັນແມ່ຍິງແຂວງ ໄດ້ເຂົ້າພົບທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ເພື່ອລາຍງານຈຸດປະສົງທີ່ລົງເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດໃນຄັ້ງນີ້.
ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ແລະ ຄະນະປະທານສະຫະພັນແມ່ຍິງແຂວງ ໄດ້ເຂົ້າພົບທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ
