ໂທລະສັບ 021 316253

ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ໄດ້ເດີນທາງຮອດແຂວງສະຫວັນນະເຂດ

Apr 21, 2023 | ຂ່າວສານ ແລະ ກິດຈະກຳ

ໂອກາດເດີນທາງໄປເຄື່ອນໄຫວວຽກງານຕິດຕາມ, ຊຸກຍູ້ວຽກງານສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ, ວາລະແຫ່ງຊາດ ແລະ ປະເມີນ, ທາບທາມກົດໝາຍ ຢູ່ແຂວງສະຫວັນນະເຂດ, ວັນທີ 9 ເມສາ 2023 ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ໄດ້ເດີນທາງຮອດແຂວງສະຫວັນນະເຂດ ແລະ ໄດ້ໄປໄຫວ້ສັກກາລະພະທາດໂພ່ນ ແລະ ຫົດສົງພະພຸດທະຮູບ ທີ່ເມືອງໄຊພູທອງ. ພ້ອມດຽວກັນນີ ທ່ານ ນາງ ວຽງສະໝອນ ພະທິທັກ ວ່າການປະທານ ສຍ ແຂວງສະຫວັນນະເຂດ ແລະ ທ່ານ ນາງ ດາວວອນ ໄຊສຸລຽນ ເຈົ້າເມືອງໆ ໄຊພູທອງ ພ້ອມເຖົ້າແກ່ແນວໂຮມ, ສຍ ເມືອງ ແລະ ສຍ ບ້ານ ໄດ້ເຮັດພິທີບາສີສູ່ຂວັນໃຫ້ແກ່ ທ່ານປະທານ ສສຍລ ພ້ອມຄະນະ ເພື່ອເປັນສິລິມຸງຄຸນ ແລະ ເນື່ອງໃນໂອກາດປີໃໝ່ລາວທີ່ຈະເຖິງນີ້. ຫຼັງຈາກນັ້ນ, ທ່ານປະທານ ພ້ອມຄະນະໄດ້ໄປທ່ຽວຊົມຫັດຖະກຳລະຫານໍ້າ ແມ່ເຫວີຍຜ້າຝ້າຍລາວ ເມືອງສອງຄອນຕືມອີກ.