ໂທລະສັບ 021 316253

ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງຫວຽດນາມພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ກອງຮ້ອຍຊາຍແດນ 253 ເມືອງຄຳເກີດ ແຂວງບໍລິຄຳໄຊ

Apr 21, 2023 | ຂ່າວສານ ແລະ ກິດຈະກຳ

ຕອນເຊົ້າ ວັນທີ 07 ເມສາ 2023, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງຫວຽດນາມນໍາໂດຍ ທ່ານ ນາງ ຮາ ທິ ຫງ່າ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ກອງຮ້ອຍຊາຍແດນ 253 ເມືອງຄຳເກີດ ແຂວງບໍລິຄຳໄຊ ກ່າວຕ້ອນຮັບໂດຍ ທ່ານ ພັທ ວັນໄຊ ໄຊຍະພັນ ຫົວໜ້າກອງຮ້ອຍຊາຍແດນ. ພ້ອມດຽວກັນນີ້ ສູນກາງສະຫະພັນແມ່ຍິງລາວ ໄດ້ມອບເງິນ 3.000.000 ກີບ ໃຫ້ກອງຮ້ອຍຊາຍແດນ 253 ແລະ ສູນກາງສະຫະພັນແມ່ຍິງຫວຽດນາມ ໄດ້ມອບຄອມພິວເຕີໃຫ້ ສຍ ເມືອງຄຳເກີດ 01 ຊຸດ ແລະ ກອງຮ້ອຍຊາຍແດນ 01 ຊຸດ.