loader image

ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຮອດເມືອງ ຄຳເກີດ ດ້ວຍຄວາມປອດໄພ

Apr 21, 2023 | ຂ່າວສານ ແລະ ກິດຈະກຳ

ຕອນຄໍ່າ ວັນທີ 06 ເມສາ 2023, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງຫວຽດນາມນໍາໂດຍ ທ່ານ ນາງ ຮາ ທິ ຫງ່າ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຮອດເມືອງ ຄຳເກີດ ດ້ວຍຄວາມປອດໄພ ຕ້ອນຮັບໂດຍ ທ່ານ ຄຳໝັ້ນ ໄຊຍະວົງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນຳວຽກງານສາມອົງການຈັດຕັ້ງມະຫາຊົນ ພ້ອມຄະນະມາຕ້ອນຮັບຄະນະ.