ຕອນບ່າຍວັນທີ 04 ຕຸລາ 2023, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າພົບ ຂອງ ທ່ານ ເອັດກາກ ໂດຣິກ (Mr. Edgar Doerig) ຜູ້ຕາງໜ້າຫ້ອງການອົງການຝຣັ່ງໂກໂຟນີສາກົນ ປະຈໍາພາກພື້ນອາຊີ-ປາຊີຟິກ ພ້ອມຄະນະ. ຈຸດປະສົງການເຂົ້າພົບ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືໃນຂອບວຽກງານຝຣັ່ງໂກໂຟນີ ແນໃສ່ສ້າງຄວາມເຂັ້ມແຂງສໍາລັບການຮ່ວມມືລະຫວ່າງອົງການ OIF ແລະ ບັນດາປະເທດສະມາຊິກໃນຂົງເຂດອາຊີ; ໂອກາດດັ່ງກ່າວ ທ່ານ ປະທານ ສສຍລ ໄດ້ແຈ້ງໃຫ້ຮູ້ເຖິງທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ແຜນງານໂຄງການ ຂອງ ສສຍລ. ພ້ອມນີ້, ທັງສອງຝ່າຍໄດ້ປຶກສາຫາລືແຜນການຮ່ວມມືກັນໃນຕໍ່ໜ້າ ໂດຍສະເພາະວຽກງານສົ່ງເສີມແມ່ຍິງເຂົ້າໃນຕໍາແໜ່ງນໍາພາຕັດສິນບັນຫາ, ສະມາຊິກສະພາແຕ່ລະຂັ້ນ, ສົ່ງເສີມແມ່ຍິງ ແລະ ເດັກຍິງໃຫ້ເຂົ້າເຖິງການສຶກສາ, ເຂົ້າເຖິງທຸລະກິດຂະໜາດນ້ອຍ, ການສ້າງວຽກເຮັດງານທໍາໃຫ້ເອື້ອຍນ້ອງແມ່ຍິງ ລວມເຖິງການປະກອບສ່ວນຂອງແມ່ຍິງໃນທຸກຂົງເຂດວຽກງານ ເພື່ອໃຫ້ສ້າງໂອກາດເງື່ອນໄຂໃຫ້ແມ່ຍິງໄດ້ພັດທະນາຕົນເອງ ກ້າວໄປເຖິງການສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າໄປເທື່ອລະກ້າວ. ພ້ອມນີ້ທັງສອງຝ່າຍຍັງໄດ້ປຶກສາຫາລືກັນກ່ຽວກັບການສ້າງແຜນຍຸດທະສາດ ແລະ ກິດຈະກຳໂຄງການທີ່ຈະເຮັດຮ່ວມກັນໃນອະນາຄົດຕື່ມອີກ.
ປະທານຄະນະບໍລິຫານງານ ສສຍລ ຕ້ອນຮັບການເຂົ້າພົບ ຂອງ ທ່ານ ເອັດກາກ ໂດຣິກ (Mr. Edgar Doerig)
