ໂທລະສັບ 021 316253

ປະທານຄະນະບໍລິຫານງານ ສສຍລ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເດນີສ ອັນເດຣເຢຍວິສ ປາຣໂຟນົບ

Oct 12, 2023 | ຂ່າວສານ ແລະ ກິດຈະກຳ

ຕອນເຊົ້າວັນທີ 02 ຕຸລາ 2023, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເດນີສ ອັນເດຣເຢຍວິສ ປາຣໂຟນົບ ສະມາຊິກສະພາດູມາ ສະຫະພັນຣັດເຊຍ, ເລຂາທິການອົງຄະນະພັກນະຄອນຫຼວງມົດສະກູ, ກຳມະການສູນກາງພັກກອມມູນິດສະຫະພັນຣັດເຊຍ ເນື່ອງໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເຊິ່ງການພົບປະກັນໃນຄັ້ງນີ້ ແມ່ນເພື່ອສືບຕໍ່ເສີມສ້າງສາຍພົວພັນການຮ່ວມມືລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດສະຫະພັນຣັດເຊຍ ກໍຄືລະຫວ່າງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ອົງການຈັດຕັ້ງແມ່ຍິງກອມມູນິດສະຫະພັນລັດເຊຍຕື່ມອີກ. ໂອກາດນີ້ ທ່ານ ເດນີສ ອັນເດຣເຢຍວິສ ປາຣໂຟນົບ ໄດ້ມອບຫຼຽນທີ່ລະນຶກໃຫ້ທ່ານປະທານຄະນະບໍລິຫານງານ ສສຍລ ນໍາອີກ.