ຕອນບ່າຍວັນທີ 25 ພຶດສະພາ 2023, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ນາງ Sara Sekkenes ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ເຂົ້າຢ້ຽມອໍາລາ ເນື່ອງໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ. ໂອກາດນີ້ ທ່ານປະທານຄະນະບໍລິຫານງານ ສສຍລ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວຕະຫຼອດໄລຍະທີ່ປະຈໍາການຢູ່ ສປປ ລາວ ແລະ ອວຍພອນໃຫ້ທ່ານ ນາງ Sara Sekkenes ເດີນທາງດ້ວຍຄວາມສະຫວັດດີພາບ ແລະ ຂໍໃຫ້ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນໃໝ່ຍິ່ງໃຫຍ່ກວ່າເກົ່າ.