loader image

ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະສົ່ງຄະນະຜູ້ແທນສະຫະພັນແມ່ຍິງກູບາ

May 26, 2023 | ຂ່າວສານ ແລະ ກິດຈະກຳ

ວັນທີ 21 ພຶດສະພາ 2023, ທ່ານ ນາງ ອິນລາວັນ ແກ້ວບຸນພັນ, ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍທ່ານເອກອັກຄະລັດຖະທູດ ສ.ກູບາ ປະຈໍາ ສປປ ລາວ ແລະ ຄະນະຮັບຜິດຊອບ ໄດ້ອອກສົ່ງຄະນະຜູ້ແທນສະຫະພັນແມ່ຍິງກູບາ ທີ່ສະໜາມບິນສາກົນວັດໄຕ ພາຍຫຼັງທີ່ສໍາເລັດການມາເຄື່ອນໄຫວຢ້ຽມຢາມ ສະຫະພັນແມ່ຍິງລາວຢ່າງເປັນທາງການ ໃນລະຫວ່າງວັນທີ 17-21 ພຶດສະພາ 2023.