ຫຼັງຈາກພິທີໃສ່ບາດໃນຕອນເຊົ້າ, ທ່ານປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະຜູ້ແທນສະຫະພັນແມ່ຍິງກູບາ, ທ່ານເອກອັກຄະລັດຖະທູດ ສ.ກູບາ ປະຈໍາ ສປປ ລາວ ແລະ ຄະນະຮັບຜິດຊອບ ໄດ້ເດີນທາງໄປຢ້ຽມຢາມສູນຫັດຖະກຳຕໍ່າແຜ່ນບ້ານໂພນໝີ ແລະ ກຸ່ມຫັດຖະກຳຈັດສານຫວາຍ ແລະ ໄມ້ປ່ອງທີ່ບ້ານນາທອງ ແລະ ບ້ານນາຍາງ ເມືອງໂພນໂຮງ ແຂວງວຽງຈັນ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວໆວຽງຈັນ ພ້ອມດ້ວຍ ຄະນະ ສຍ ແຂວງ, ໂອກາດນີ້ ກໍໄດ້ຢ້ຽມຊົມຜະລິດຕະພັນຫັດຖະກຳທີ່ເປັນເອກະລັກຂອງແຂວງໂດຍໄດ້ເຫັນຂັ້ນຕອນ ແລະ ວິທີການຍ້ອມສີທຳມະຊາດກ່ອນຈະນຳມາຕໍ່າແຜ່ນແພ ແລະ ສິ້ນ, ວິທີການເຂັນຝ້າຍ, ປັ່ນຫຼອດ, ການຕໍ່າຫູກ ລວມເຖິງຂັ້ນຕອນໃນການຜະລິດເຄື່ອງຈັກສານປະເພດຕ່າງໆ ຂອງເອື້ອຍນ້ອງແມ່ຍີງທີ່ໄດ້ສືບທອດອາຊີບດັ່ງກ່າວຕັ້ງແຕ່ດົນນານມາຮອດປັດຈຸບັນ,ຈາກນັ້ນ ກໍໄດ້ໄຢ້ຽມຊົມສັນເຂື່ອນໍ້າງື່ມ I ແລະ ເກືອປາ ທີ່ວັງສະຫງວນອີກດ້ວຍ.