ໂທລະສັບ 021 316253

ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະຜູ້ແທນສະຫະພັນແມ່ຍິງກູບາ ຢ້ຽມຊົມຫັດຖະກຳແພງໄໝ

May 26, 2023 | ຂ່າວສານ ແລະ ກິດຈະກຳ

ໃນຕອນເຊົ້າວັນທີ 19 ພຶດສະພາ 2023 ທ່ານ ນ. ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະຜູ້ແທນສະຫະພັນແມ່ຍິງກູບາ, ທ່ານເອກອັກຄະລັດຖະທູດ ສ.ກູບາ ປະຈໍາ ສປປ ລາວ ແລະ ຄະນະຮັບຜິດຊອບ ໄປຢ້ຽມຊົມຫັດຖະກຳແພງໄໝ ຊຶ່ງກ່າວຕ້ອນຮັບໂດຍ ທ່ານ ນ. ກົງທອງ ນັນທະວົງດວງສີ ເຈົ້າຂອງຫັດຖະກຳແພງໄໝ ແລະ ໄດ້ພາທ່ຽວຊົມ ຂັ້ນຕອນການຜະລິດເສັ້ນໄໝ, ການຕໍ່າແຜ່ນແຜ, ສິ້ນ ແລະ ຜະລິດຕະພັນສຳເລັດຮູບຕ່າງໆ ຊຶ່ງເປັນລວດລາຍພື້ນເມືອງດັ່ງເດີມ ແລະ ລວດລາຍທັນສະໄໝທີ່ເອກະລັກແຕ່ລະຊົນເຜົ່າໃນ ສປປ ລາວ.