loader image

ປະທານຄະນະບໍລິຫານງານ ສສຍລ ພ້ອມຄະນະ ໄດ້ນຳພາຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງກູບາ ເຂົ້າ ຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ

May 26, 2023 | ຂ່າວສານ ແລະ ກິດຈະກຳ, ເດັ່ນ

ຕອນເຊົ້າວັນທີ 18 ພຶດສະພາ 2023, ທ່ານ ນ. ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ພ້ອມຄະນະ ໄດ້ນຳພາຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງກູບາ ນຳໂດຍທ່ານ ນ. ເຕເຣສາ ມາເຣຍ ອາມາເຣເຢບຸຍ, ກຳມະການກົມການເມືອງສູນກາງພັກ, ສະມາຊິກສະພາແຫ່ງລັດ, ເລຂາທິການໃຫຍ່ຂອງສະຫະພັນແມ່ຍິງແຫ່ງຊາດກູບາ ພ້ອມດ້ວຍຄະນະ, ເຂົ້າ ຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ເພື່ອລາຍງານການມາເຄື່ອນໄຫວຢູ່ ສປປ ລາວ ຢ່າງເປັນທາງການ.
ໂອກາດທີ່ມີຄວາມໝາຍສໍາຄັນນີ້ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນສະຫະພັນແມ່ຍິງກູບາ ໃນຄັ້ງນີ້ ຊຶ່ງຖືເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍ ພົວພັນມິຕຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ກູບາ ໃຫ້ນັບມື້ຂະຫຍາຍຕົວ ແລະ ເກີດດອກອອກຜົນ; ເຊິ່ງໄລຍະຜ່ານມາການນຳຂອງສອງປະເທດ ມີການໄປມາຫາສູ່, ພົບປະຢ້ຽມຢາມເຊິ່ງກັນ ແລະ ກັນ ເຖິງແມ່ນວ່າຈະຢູ່ຫ່າງໄກກັນຄົນລະທະວີບກໍ່ຕາມ ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ກູບາ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ຄຽງຄູ່ກັນນີ້ ທ່ານໄດ້ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມື ຂອງສອງສະຫະພັນແມ່ຍິງ ລາວ ແລະ ກູບາ ຖືເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄຸນ ສ້າງສາຍພົວພັນມິດຕິພາບອັນເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ ແລະ ກູບາ. ສໍາລັບການພົວພັນຮ່ວມມືໃນຕໍ່ໜ້າ ຂໍໃຫ້ສະຫະພັນແມ່ຍິງລາວ ແລະ ສະຫະພັນແມ່ຍິງກູບາ ສືບຕໍ່ປະສານງານ, ແລກປ່ຽນຂໍ້ມູນຂ່າວສານ, ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນ, ສືບຕໍ່ໄປມາຫາສູ່ ແລະ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ, ຮັດແໜ້ນຄວາມສາມັກຄີ, ແລກປ່ຽນຂໍ້ມູນຂ່າວສານ, ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໃຫ້ແມ່ຍິງສອງຝ່າຍ ຈົ່ງສືບຕໍ່ປະຕິບັດພາລະບົດບາດ ແລະ ໜ້າທີ່ ຂອງຕົນປະກອບສ່ວນສຶກສາອົບຮົມ ແລະ ໃຫ້ຂໍ້ ມູນອັນຖືກຕ້ອງ ແລະ ເລິກເຊິ່ງ ໃຫ້ແກ່ປະຊາຊົນສອງປະເທດ ລາວ ແລະ ກູບາ ໂດຍສະ ເພາະແມ່ນຄົນຮຸ່ນໃໝ່, ໄວໜຸ່ມ ໃຫ້ເຂົ້າໃຈແຈ້ງ, ເລິກເຊິ່ງຕໍ່ສາຍພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ກໍຄືສອງ ສຍ ແລະ ພ້ອມກັບສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກການຮ່ວມມື 2023-2027 ໃຫ້ສຳເລັດຕາມແຜນການທີ່ວາງໄວ້. ໂອກາດນີ້ ທ່ານ ນາງ ເຕເຣສາ ມາເຣຍ ອາມາເຣເຢບຸຍ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງສະຫາຍເລຂາທິການໃຫຍ່ ພ້ອມທັງຈະນຳເອົາຄຳເຫັນ ແລະ ຜົນສຳເລັດໃນການມາຢ້ຽມຢາມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ແທດເໝາະກັບສະພາບຕົວຈິງ ໃຫ້ປະສົບສຳເລັດເທື່ອລະກ້າວ.