ໂທລະສັບ 021 316253

ປະທານຄະນະບໍລິຫານງານ ສສຍລ, ທ່ານນາງ ມາຣຽມ ເອ ຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປລາວ ພ້ອມຄະນະ ໄດ້ເຂົ້າພົບ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື

May 4, 2023 | ຂ່າວສານ ແລະ ກິດຈະກຳ

ໃນຕອນບ່າຍຂອງວັນທີ 3 ພຶດສະພາ 2023, ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ, ທ່ານນາງ ມາຣຽມ ເອ ຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປລາວ ພ້ອມຄະນະ ໄດ້ເຂົ້າພົບ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ເພື່ອລາຍງານຈຸດປະສົງຂອງການລົງເຄື່ອນໄຫວວຽກງານຢູ່ແຂວງ ໂດຍສະເພາະແມ່ນການກະກຽມຄວາມພ້ອມສຳລັບພິທີເປີດການນໍາໃຊ້ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຂອງສະຫະພັນແມ່ຍິງ ແຂວງອັດຕະປື ຢ່າງເປັນທາງການ; ໂອກາດນີ້ ທ່ານນາງ ອິນລາວັນ ແກ້ວບຸນພັນ ໄດ້ລາຍງານສະພາບການຮ່ວມມືລະຫວ່າງ ສສຍລ ແລະ ອົງການ UNFPA, ການສະໜັບສະໜູນຂອງອົງການຕໍ່ແຂວງ ໂດຍສະເພາະ ສຍ ແຂວງອັດຕະປື ລວມເຖິງຂອບວຽກແຜນງານນາງນ້ອຍທີ່ດຶງການມີສ່ວນຮ່ວມຈາກທຸກພາກສ່ວນເພື່ອລົງທຶນໃສ່ເດັກຍິງ ແລະ ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.