loader image

ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະໄດ້ເຂົ້າພົບ ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື

Apr 26, 2023 | ຂ່າວສານ ແລະ ກິດຈະກຳ

ພາຍຫຼັງສໍາເລັດການເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ໄດ້ເດີນທາງໄປແຂວງອັດຈະປື. ໂອກາດນີ້ທ່ານປະທານ ສສຍລ ພ້ອມຄະນະ ແລະ ຄະນະປະທານສະຫະພັນແມ່ຍິງແຂວງ ອັດຕະປື ໄດ້ເຂົ້າພົບ ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື ເພື່ອລາຍງານຈຸດປະສົງການມາເຄື່ອນໄຫວວຽກງານຢູ່ແຂວງອັດຕະປືໃນຄັ້ງນີ້. ພ້ອມນີ້ ທ່ານປະທານ ສສຍລ ພ້ອມຄະນະ ໄດ້ລົງຕິດຕາມຄວາມຄືບໜ້າການປັບປຸງ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ແຂວງອັດຕະປື ຕື່ມອີກ.