ໂທລະສັບ 021 316253

ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານນາງ ມາຣຽມ ເອ ຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປລາວ ພ້ອມຄະນະ ໄດ້ລົງຕິດຕາມການກໍ່ສ້າງສູນໃຫ້ຄຳປຶກສາແມ່ຍິງ ແລະ ເດັກນ້ອຍ

May 4, 2023 | ຂ່າວສານ ແລະ ກິດຈະກຳ

ໃນຕອນເຊົ້າຂອງວັນທີ 3 ພຶດສະພາ 2023, ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານນາງ ມາຣຽມ ເອ ຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປລາວ ພ້ອມຄະນະ ໄດ້ລົງຕິດຕາມການກໍ່ສ້າງສູນໃຫ້ຄຳປຶກສາແມ່ຍິງ ແລະ ເດັກນ້ອຍ ແຂວງຈຳປາສັກ. ສູນດັ່ງກ່າວໄດ້ເລີ່ມຕົ້ນການກໍ່ສ້າງນັບແຕ່ເດືອນກຸມພາ 2023 ເປັນຕົ້ນມາ ໂດຍໄດ້ຮັບທຶນສະໜັບສະໜູນຈາກລັດຖະບານຍີປຸ່ນ ຜ່ານອົງການ UNFPA ປະຈຳລາວ ຊຶ່ງຄາດໝາຍວ່າ ຈະກໍ່ສ້າງສຳເລັດໃນເດືອນສິງຫາ 2023.