loader image

ທ່ານ ປອ ນ. ນິນປະເສີດ ໄຊຍະພອນສີ ຫົວໜ້າກົມພັດທະນາແມ່ຍິງລາວ ສສຍລ ໄດ້ນຳພາຄະນະຄູຝຶກ ລົງເຄື່ອນໄຫວຢ້ຽມຢາມກິດຈະກຳຂອງແຜນງານຮັກລູກໃຫ້ໃສ່ໃຈ

Apr 5, 2023 | ຂ່າວສານ ແລະ ກິດຈະກຳ

ວັນທີ 02 ເມສາ 2023 ທ່ານ ປອ ນ. ນິນປະເສີດ ໄຊຍະພອນສີ ຫົວໜ້າກົມພັດທະນາແມ່ຍິງລາວ ສສຍລ ໄດ້ນຳພາຄະນະຄູຝຶກຂັ້ນສູນກາງ, ຄູຝຶກຂອງແຂວງສະຫວັນນະເຂດ ແລະ ເມືອງອາດສະພອນ ຂອງແຜນງານຮັກລູກໃຫ້ໃສ່ໃຈ ພ້ອມດ້ວຍຄະນະຜູ້ຕາງໜ້າຈາກອົງການອຸຍນິເຊັບ (UNICEF) ລົງເຄື່ອນໄຫວຢ້ຽມຢາມກິດຈະກຳຂອງແຜນງານຮັກລູກໃຫ້ໃສ່ໃຈ ທີ່ເມືອງອາດສະພອນ ແຂວງສະຫວັນນະເຂດ, ໂດຍໄດ້ລົງຕິດຕາມການດຳເນີນກິດຈະກຳຈັດກອງປະຊຸມຂັ້ນບ້ານ ຄັ້ງທີ 5 ເດືອນທີ 6 ຂອງບ້ານນາເດື່ອ. ຫຼັງຈາກນັ້ນ ກໍໄດ້ໄປເຂົ້າຮ່ວມກິດຈະກຳການໃຫ້ຄວາມຮູ້ຢູ່ໂຮງໝໍນ້ອຍ ຄັ້ງທີ 5 ເດືອນທີ 6 ຢູ່ໂຮງໝໍນ້ອຍນາໝາກເກືອ ແລະ ຕິດຕາມການລົງຢ້ຽມຢາມຄົວເຮືອນຂອງສະມາຊິກແຜນງານຂອງບ້ານນາໝາກເກືອ ໂດຍແບ່ງຕາມກຸ່ມເປົ້າໝາຍຂອງແຜນງານ.