ໃນຕອນເຊົ້າວັນທີ 03 ມີນາ 2023 ທ່ານ ນ. ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຍາມ ຂອງ ທ່ານ ນ. ຫຼີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳ ສປປລ ລາວ ພ້ອມຄະນະ ຊຶ່ງການເຂົ້າພົບຄັ້ງນີ້ ນອກຈາກການມາຢ້ຽມຢາມແລ້ວ ຍັງເພື່ອປຶກສາຫາລືວຽກງານການຮ່ວມມືໃນອະນາຄົດ ໂດຍສະເພາະແມ່ນການຊຸກຍູ້ການແລກປ່ຽນວັດທະນະທຳ ໃນຂົງເຂດວຽກງານແມ່ຍິງ ລາວ-ຈີນ, ພ້ອມທັງອວຍພອນຄະນະວັນແມ່ຍິງສາກົນ ຄົບຮອບ 113 ປີ.