ໂທລະສັບ 021 316253

ທ່ານ ນ. ສິລິກິດ ບຸບຜາ​ ຮອງປະທານຄະນະບໍລິຫານງານ​ ສສຍລ ໄດ້ເຂົ້າຮ່ວມເປັນປະທານ ເປີດກອງປະຊຸມຊຸກຍູ້ຕິດຕາມວຽກງານພັດທະນາແມ່ຍິງ

Jun 9, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ, ແຂວງຫຼວງພະບາງ

ວັນທີ 09 ມິຖຸນາ 2022, ທ່ານ ນ. ສິລິກິດ ບຸບຜາ​ ຮອງປະທານຄະນະບໍລິຫານງານ​ ສສຍລ ໄດ້ເຂົ້າຮ່ວມເປັນປະທານ ເປີດກອງປະຊຸມຊຸກຍູ້ຕິດຕາມວຽກງານພັດທະນາແມ່ຍິງ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ຂອງສະຫະພັນແມ່ຍິງລາວ ຢູ່ແຂວງຫຼວງພະບາງ; ມີຄະນະປະທານ​ ສຍ​ ແຂວງ, ຄະນະບໍລິຫານງານ ສຍ ເມືອງ​ ອ້ອມຂ້າງເທດສະບານແຂວງ, ປະທານ​ຮາກຖານ​ ແລະ​ ຫົວໜ້າໜ່ວຍງານອ້ອມຂ້າງແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.​ ໃນກອງປະຊຸມ ທ່ານ ນ. ອິນທະວອນ ພົມມະຈັນ​ ປະທານ ສຍ ແຂວງ ໄດ້ລາຍງານໂດຍຫຍໍ້ສະພາບລວມຂອງການຈັດຕັ້ງປະຕິບັດວຽກງານພັດທະນາແມ່ຍິງ ທີ່ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງແຂວງ ໃນ 6 ເດືອນຕົ້ນປີ 2022 ພ້ອມທັງຜ່ານທິດທາງ 6 ເດືອນທ້າຍປີໂດຍຫຍໍ້. ຈາກນັ້ນ, ຕາງໜ້າຈາກກົມໂຄສະນາ​ອົບຮົມ​ ແລະ​ ວັດທະນະທຳ, ກົມຂ່າວສານແມ່ຍິງລາວ ແລະ ສູນອົບຮົມແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ​ ​ໄດ້ຂຶ້ນນຳສະເໜີພາລະບົດບາດ ແລະ ບາງວຽກງານປິ່ນອ້ອມຂອງກົງຈັກຊ່ວຍວຽກ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ.
ຫຼັງຈາກນັ້ນ ທ່ານ​ ນ.​ສິລິກິດ​ ບຸບຜາ​ ພ້ອມດ້ວຍຄະນະ ຕາງໜ້າສູນກາງສະຫະພັນແມ່ຍິງລາວ​ ໄດ້ມອບເຄື່ອງວັດແທກອຸນຫະພູມ​ ຈຳນວນ 04 ເຄື່ອງ (ເຄື່ອງນ້ອຍ 02 ເຄື່ອງ, ເຄື່ອງໃຫຍ່ 02 ເຄື່ອງ)​ ໃຫ້​ ສຍ​ ແຂວງຕື່ມອີກ.