ໂທລະສັບ 021 316253

ທ່ານ ນ. ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ແລະ ປະທານສະຫະພັນແມ່ຍິງແຂວງອຸດົມໄຊ ໄດ້ເຂົ້າພົບເຈົ້າແຂວງໆອຸດົມໄຊ

May 2, 2023 | ຂ່າວສານ ແລະ ກິດຈະກຳ

ເນື່ອງໃນໂອກາດເຄື່ອນໄຫວວຽກງານຊຸກຍູ້, ຕິດຕາມວຽກງານສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງ, ວາລະແຫ່ງຊາດ ແລະ ປະເມີນ, ທາບທາມກົດໝາຍ ຢູ່ແຂວງ ອຸດົມໄຊ. ໃນຕອນເຊົ້າຂອງ ວັນທີ 28 ເມສາ 2023, ທ່ານ ນ. ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ແລະ ປະທານສະຫະພັນແມ່ຍິງແຂວງອຸດົມໄຊ ໄດ້ເຂົ້າພົບ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ ເພື່ອລາຍງານຈຸດປະສົງທີ່ລົງເຄື່ອນໄຫວວຽກຢູ່ ແຂວງ ອຸດົມໄຊ ໃນຄັ້ງນີ້.