ເນື່ອງໃນໂອກາດມາເຄື່ອນໄຫວວຽກງານຊຸກຍູ້, ຕິດຕາມວຽກງານສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງ, ວາລະແຫ່ງຊາດ ແລະ ປະເມີນ, ທາບທາມກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງສະຫະພັນແມ່ຍິງລາວ ຢູ່ແຂວງ ບໍ່ແກ້ວ. ໃນຕອນເຊົ້າວັນທີ 26 ເມສາ 2023, ທ່ານ ນ. ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ແລະ ປະທານສະຫະພັນແມ່ຍິງແຂວງບໍ່ແກ້ວ ພ້ອມຄະນະ ໄດ້ເຂົ້າພົບ ທ່ານ ປອ ບົວຄົງ ນາມມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ ເພື່ອລາຍງານຈຸດປະສົງທີ່ມາເຄື່ອນໄຫວວຽກງານຢູ່ ແຂວງ ບໍ່ແກ້ວ ໃນຄັ້ງນີ້.
ທ່ານ ນ. ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ແລະ ປະທານສະຫະພັນແມ່ຍິງແຂວງບໍ່ແກ້ວ ພ້ອມຄະນະ ໄດ້ເຂົ້າພົບ ທ່ານ ປອ ບົວຄົງ ນາມມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ
