ໂທລະສັບ 021 316253

ທ່ານ ນ. ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ແລະ ທ່ານປະທານສະຫະພັນແມ່ຍິງແຂວງຜົ້ງສາລີ ໄດ້ເ​ຂົ້າພົບ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ

Apr 26, 2023 | ຂ່າວສານ ແລະ ກິດຈະກຳ

ເນື່ອງໃນໂອກາດເຄື່ອນໄຫວວຽກງານຕິດຕາມ, ຊຸກຍູ້ວຽກງານສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງ, ວາລະແຫ່ງຊາດ ແລະ ປະເມີນ, ທາບທາມກົດໝາຍ ຢູ່ແຂວງຜົ້ງສາລີ. ໃນຕອນເຊົ້າຂອງ ວັນທີ 21 ເມສາ 2023, ທ່ານ ນ. ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ແລະ ທ່ານປະທານສະຫະພັນແມ່ຍິງແຂວງຜົ້ງສາລີ ໄດ້ເຂົ້າາພົບ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ ເພື່ອລາຍງານຈຸດປະສົງທີ່ລົງເຄື່ອນໄຫວວຽກຢູ່ແຂວງຜົ້ງສາລີໃນຄັ້ງນີ້.