loader image

ທ່ານ ນ. ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ​ ສສຍລ ໄດ້ເຂົ້າຮ່ວມເປັນປະທານ ເປີດກອງປະຊຸມຊຸກຍູ້ຕິດຕາມວຽກງານພັດທະນາແມ່ຍິງ

Jun 10, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ, ແຂວງບໍ່ແກ້ວ

ວັນທີ 10 ມິຖຸນາ 2022, ທ່ານ ນ. ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ​ ສສຍລ ໄດ້ເຂົ້າຮ່ວມເປັນປະທານ ເປີດກອງປະຊຸມຊຸກຍູ້ຕິດຕາມວຽກງານພັດທະນາແມ່ຍິງ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ຂອງສະຫະພັນແມ່ຍິງລາວ ຢູ່ແຂວງ ບໍ່ແກ້ວ; ມີຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຄະນະຮາກຖານ, ຄະນະໜ່ວຍ ສຍ ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.​ ໃນກອງປະຊຸມ ທ່ານ ນ. ບຸນຍົກ ແສງສະຫວ່າງ ປະທານ ສຍ ແຂວງ ໄດ້ລາຍງານໂດຍຫຍໍ້ສະພາບລວມຂອງການຈັດຕັ້ງປະຕິບັດວຽກງານພັດທະນາແມ່ຍິງ ທີ່ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງແຂວງ. ຈາກນັ້ນ, ຕາງໜ້າຈາກກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ ແລະ ກົມພັດທະນາແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ​ ​ໄດ້ຂຶ້ນນຳສະເໜີພາລະບົດບາດຂອງຕົນ ແລະ ວຽກງານປິ່ນອ້ອມຂອງກົງຈັກຊ່ວຍວຽກ ພ້ອມທັງວຽກງານທີ່ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ.