ໂທລະສັບ 021 316253

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ

Apr 26, 2023 | ຂ່າວສານ ແລະ ກິດຈະກຳ

ວັນທີ 21 ເມສາ 2023, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ເນື່ອງໃນໂອກາດມາດຳລົງຕຳແໜ່ງເປັນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຄົນໃໝ່. ໂອກາດນີ້ ທ່ານປະທານຄະນະບໍລິຫານງານ ສສຍລ ໄດ້ສະຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ນາງ ມໍລະກົດ ສີສະຫວັດ ທີ່ມາດຳລົງຕໍາແໜ່ງເປັນເອກອັກຄະຣາຊະທູດໄທ ຄົນໃໝ່ ປະຈຳ ສປປ ລາວ ຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ; ພ້ອມນີ້ ທ່ານປະທານ ສສຍລ ໄດ້ແຈ້ງໃຫ້ຮູ້ເຖິງທີ່ຕັ້ງ, ພາລະບົດບາດຂອງ ສສຍລ ລວມເຖິງການພົວພັນທີ່ສະໜິດແໜ້ນຂອງສອງປະເທດ ສປປ ລາວ ແລະ ຣາຊະອານາຈັກໄທ ລວມທັງການຊ່ວຍເຫຼືອຂອງ ຣາຊະອານາຈັກໄທ ໃນໄລຍະຜ່ານມາ. ໂອກາດນີ້ ທັງສອງຝ່າຍໄດ້ປຶກສາຫາລືແຜນການຮ່ວມມືກັນໃນຕໍ່ໜ້າ ເພື່ອສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງສອງຊາດໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະການໃຫ້ທຶນຊ່ວຍເຫຼືອດ້ານຕ່າງໆ ເປັນຕົ້ນ ການປະສານງານ, ການຝຶກອົບຮົມດ້ານວິຊາການ, ວິຊາຊີບ, ບົດບາດຂອງແມ່ຍິງໃນຂົງເຂດເສດຖະກິດ ທີ່ນັບມື້ນັບມີຈຳນວນເພີ່ມຂຶ້ນ, ລວມເຖິງການປະກອບສ່ວນຂອງແມ່ຍິງໃນທຸກຂົງເຂດວຽກງານ ເພື່ອໃຫ້ສ້າງໂອກາດເງື່ອນໄຂໃຫ້ແມ່ຍິງໄດ້ພັດທະນາຕົນເອງ ກ້າວໄປເຖິງການສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າໄປເທື່ອລະກ້າວ. ໂອກາດທີ່ມີຄວາມໝາຍສໍາຄັນນີ້, ທ່ານ ເອກອັກຄະຣາຊະທູດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານປະທານຄະນະບໍລິຫານງານ ສສຍລ ພ້ອມທັງຍິນດີຈະສືບຕໍ່ໃຫ້ການຊຸກຍູ້ສົ່ງການພົວພັນຮ່ວມມືກັບ ສປປ ລາວ ກໍຄື ສະຫະພັນແມ່ຍິງລາວ ໃນດ້ານຕ່າງໆໂດຍສະເພາະ ການປະສານງານ ການເຝີກອົບຮົມດ້ານວິຊາການ, ວິຊາຊີບ ແລະ ອື່ນໆ ໃນຕໍ່ໜ້າໃຫ້ມີຜົນສຳເລັດຫຼາຍຂຶ້ນ.