loader image

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ແລະ ຄະນະປະທານສະຫະພັນແມ່ຍິງແຂວງ ໄດ້ເຂົ້າພົບທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ

Apr 25, 2023 | ຂ່າວສານ ແລະ ກິດຈະກຳ

ເນື່ອງໃນໂອກາດເຄື່ອນໄຫວວຽກງານຕິດຕາມ, ຊຸກຍູ້ວຽກງານສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ, ວາລະແຫ່ງຊາດ ແລະ ປະເມີນ, ທາບທາມກົດໝາຍ ຢູ່ແຂວງຄໍາມ່ວນ ຕອນເຊົ້າວັນທີ 11 ເມສາ 2023 ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ແລະ ຄະນະປະທານສະຫະພັນແມ່ຍິງແຂວງ ໄດ້ເຂົ້າພົບທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ ເພື່ອລາຍງານຈຸດປະສົງການມາເຄື່ອນໄຫວວຽກງານຢູ່ແຂວງຄໍາມ່ວນໃນຄັ້ງນີ້.