ໂທລະສັບ 021 316253

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວວຽກງານຢູ່ແຂວງສາລະວັນ

May 2, 2023 | ຂ່າວສານ ແລະ ກິດຈະກຳ

ພາຍຫຼັງສໍາເລັດການເຄື່ອນໄຫວວຽກງານຢູ່ແຂວງເຊກອງ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວວຽກງານຢູ່ແຂວງສາລະວັນ. ໂອກາດນີ້ ທ່ານປະທານ ສສຍລ ພ້ອມຄະນະ ແລະ ຄະນະປະທານສະຫະພັນແມ່ຍິງແຂວງສາລະວັນ ໄດ້ເຂົ້າພົບທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເຈົ້າແຂວງສາລະວັນ ເພື່ອລາຍງານຈຸດສົງການມາເຄື່ອນໄຫວໃນຄັ້ງນີ້.