ພາຍຫຼັງສໍາເລັດການເຄື່ອນໄຫວວຽກງານຢູ່ແຂວງອັດຕະປື, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວວຽກງານຢູ່ແຂວງເຊກອງ. ໂອກາດນີ້ ທ່ານປະທານ ສສຍລ ພ້ອມຄະນະ ແລະ ຄະນະປະທານສະຫະພັນແມ່ຍິງແຂວງເຊກອງ ໄດ້ເຂົ້າພົບທ່ານນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງເຊກອງ ເພື່ອສະເໜີຈຸດສົງການມາເຄື່ອນໄຫວໃນຄັ້ງນີ້. ພ້ອມດຽວກັນນີ້, ທ່ານປະທານຄະນະບໍລິການງານ ສສຍລ ໄດ້ມອບໂທລະໂຄ່ງ 6 ຊຸດ ແລະ ລຳໂພງ 6 ໜ່ວຍ ລວມມູນຄ່າ 51.900.000 ກີບ ຊຶ່ງໄດ້ຮັບການສະໜັບສະໜູນຈາກໂຄງການກອງທຶນໂລກ ຜ່ານສູນກາງສະຫະພັນແມ່ຍິງລາວ ເພື່ອໝູນໃຊ້ເຂົ້າໃນການລົງໂຄສະນາເຜີຍແຜ່ຂໍ້ມູນຂ່າວສານເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ວຽກງານອື່ນໆ ພາຍໃນແຂວງ. ຫຼັງຈາກນັ້ນທ່ານປະທານ ສສຍລ ພ້ອມຄະນະ ໄດ້ໄປຢຽມຢາມສູນວິຊາຊີບແມ່ຍິງບັນດາເຜົ່າ ສະຫະພັນແມ່ຍິງແຂວງເຊກອງຕື່ມອີກ.
ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານ ສສຍລ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວວຽກງານຢູ່ແຂວງເຊກອງ.
