ວັນທີ 22 ມີນາ 2023 ທີ່ສໍານັກງານປົກຄອງແຂວງ ໄຊສົມບູນ ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໆ ໄຊສົມບູນ ເພື່ອລາຍງານການລົງມາເຄື່ອນໄຫວວຽກງານຢູ່ພາຍໃນແຂວງ.
ຫຼັງຈາກນັ້ນ, ທ່ານນາງ ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ກໍໄດ້ສືບຕໍ່ເຂົ້າຮ່ວມ 02 ກອງປະຊຸມຄື ກອງປະຊຸມວຽກງານການສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ, ວາລະແຫ່ງຊາດ ມີທ່ານຮອງເຈົ້າແຂວງ, ຕາງໜ້າາສະພາປະຊາຊົນແຂວງ, ຕາງໜ້າາຄະນະຈັດຕັ້ງແຂວງ ເຂົ້າຮ່ວມ ແລະ ກອງປະຊຸມປະເມີນ 02 ກົດໝາຍ: ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ; ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ, ມີບັນດາຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຄະນະຫ້ອງວ່າການ, ພະແນກຍຸຕິທໍາແຂວງ,ສານປະຊາຊົນແຂວງ, ໄອຍາການແຂວງ, ສະພາປະຊາຊົນແຂວງ,ພະແນກຖະແຫຼງຂ່າວວັດທະນະທໍາແຂວງ,ສະຫະພັນແມ່ຍິງຮາກຖານພະແນກອ້ອມຂ້ອງແຂວງ ເຂົ້າຮ່ວມ.ທັງໝົດ 48 ທ່ານ, ຊາຍ 11 ທ່ານ.