ວັນທີ 20 ມີນາ 2023 ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຄໍາຂໍ່ານັບ ທ່ານ ວັນໄຊ ແພງຊຸມມາ ເລຂາຄະນະພັກແຂວງ, ເຈົ້າແຂວງໆຫົວພັນ ພ້ອມດ້ວຍຄະນະ ເພື່ອລາຍງານຈຸດປະສົງການລົງມາເຄື່ອນໄຫວວຽກງານຢູ່ແຂວງຫົວພັນ ໂດຍສະເພາະ ແມ່ນການຊຸກຍູ້, ຕິດຕາມວຽກງານການສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງ, ວາລະແຫ່ງຊາດ, ປະເມີນກົດໝາຍ ໃນຄວາມຮັບຜິດຊອບຂອງສະຫະພັນແມ່ຍິງລາວ.
ຫຼັງຈາກນັ້ນ, ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານສູນກາງສະຫະພັນແມ່ຍິງລາວ ພ້ອມຄະນະ ກໍໄດ້ເຂົ້າຮ່ວມກອງປະຊຸມຊຸກຍູ້, ຕິດຕາມວຽກງານການສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ, ວາລະແຫ່ງຊາດ, ປະເມີນກົດໝາຍໃນຄວາມຮັບຜິດຊອບຂອງສະຫະພັນແມ່ຍິງລາວ ທີ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນ ແຂວງຫົວພັນ, ມີບັນດາຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຄະນະຫ້ອງວ່າການ, ພະແນກຍຸຕິທໍາ, ສານປະຊາຊົນ, ໄອຍາການ, ສະພາປະຊາຊົນ, ພະແນກຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ແລະ ສະຫະພັນແມ່ຍິງຮາກຖານພະແນກອ້ອມຂ້ອງແຂວງ ເຂົ້າຮ່ວມທັງໝົດ 86 ທ່ານ ຊາຍ 09 ທ່ານ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອຊຸກຍູ້ຕິດຕາມການສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ, ຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດວາລະແຫ່ງຊາດ ຂອງສະຫະພັນແມ່ຍິງແຂວງ ແລະ ປະເມີນກົດຫມາຍ 02 ສະບັບ: ກົດຫມາຍວ່າດ້ວຍສະຫະພັນແມ່ຍິງລາວ ແລະ ກົດຫມາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ