ວັນທີ 17 ມີນາ 2023 ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານສູນກາງສະຫະພັນແມ່ຍິງລາວ ໄດ້ຮ່ວມເຮັດວຽກ ແລະ ເປັນປະທານກອງປະຊຸມຊຸກຍູ້, ຕິດຕາມວຽກງານການສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ, ວາລະແຫ່ງຊາດ ແລະ ປະເມີນກົດໝາຍໃນຄວາມຮັບຜິດຊອບຂອງສະຫະພັນແມ່ຍິງລາວ ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງແຂວງຊຽງຂວາງ, ໃຫ້ກຽດເຂົ້າຮ່ວມຂອງຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ,ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຄະນະຫ້ອງວ່າການ, ພະແນກຍຸຕິທໍາແຂວງ, ສານປະຊາຊົນແຂວງ, ໄອຍາການແຂວງ, ສະພາປະຊາຊົນແຂວງ, ພະແນກຖະແຫຼງຂ່າວ-ວັດທະນະທໍາແຂວງ,ສະຫະພັນແມ່ຍິງຮາກຖານພະແນກອ້ອມຂ້ອງແຂວງ. ຜູ້ເຂົ້າຮ່ວມທັງຫມົດ 60 ທ່ານ ຊາຍ 11 ທ່ານ. ຈຸດປະສົງຂອງການລົງມາເຮັດວຽກແມ່ນເພື່ອຊຸກຍູ້ຕິດຕາມການສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ, ຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດວາລະແຫ່ງຊາດ ຂອງສະຫະພັນແມ່ຍິງແຂວງ ແລະ ປະເມີນກົດໝາຍ 02 ສະບັບ: ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ ແລະ ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ.