ໂທລະສັບ 021 316253

ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຕາງໜ້າຈາກ ກະຊວງຊັບພະຍາກອນທຳມາຊາດ ແລະ ສິ່ງແວດລ້ອມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສູນກາງສະຫະພັນແມ່ຍິງລາວ

Jun 17, 2022 | ຂ່າວສານ ແລະ ກິດຈະກຳ, ສູນກາງ

ໃນລະຫວ່າງວັນທີ 9-11 ມິຖຸນາ 2022 ທ່ານ ນາງ ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຕາງໜ້າຈາກ ກະຊວງຊັບພະຍາກອນທຳມາຊາດ ແລະ ສິ່ງແວດລ້ອມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສູນກາງສະຫະພັນແມ່ຍິງລາວ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາພາກພື້ນອາຊີປາຊີຟິກ ພາຍໃຕ້ຫົວຂໍ້ ນະໂຍບາຍທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ເພື່ອການຄຸ້ມຄອງການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນໄພພິບັດ ( Regional Workshop on Policy and Legal Framework for Gender Inclusive Climate Chang and Disaster Risk Management ) ທີ່ນະຄອນຫລວງ ມານີລາ ປະເທດຟີລີປິນ ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ Samantha Hung , Chief of Gender Equality Thematic Group, SDSS, ADB ພາກພື້ນ, ມີຄະນະຜູ້ແທນຈາກ ສາມປະເທດ ຄື ສປປ ລາວ, ມົງໂກລີ ແລະ ຟີຈິ ເຂົ້າຮ່ວມທັງໝົດ 48 ຄົນ ຍິງ 31 ຄົນ ຊາຍ 07 ຄົນ.
ຈຸດປະສົງຂອງກອງປະຊຸມ ເພື່ອແລກປ່ຽນຖອດຖອນບົດຮຽນ ກ່ຽວກັບນະໂຍບາຍທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ເພື່ອການຄຸ້ມຄອງການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນໄພພິບັດທີ່ມີຜົນກະທົບຕໍ່ແມ່ຍິງ, ຂໍ້ແນະນຳກ່ຽວກັບຄວາມກຽມພ້ອມເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ ທີ່ອາດຈະເກີດຂື້ນໃນອະນາຄົດ ແລະ ບັນຫາທີ່ເປັນຊ່ອງຫວ່າງ ກ່ຽວກັບບົດບາດຍິງ-ຊາຍ ໂດຍສະເພາະແມ່ນ ແມ່ຍິງທີ່ສາມາດມີບົດບາດສໍາຄັນ ປະກອບສ່ວນເຂົ້າໃນການແກ້ໄຂບັນຫາດັ່ງກ່າວ ຮ່ວມກັບເພດຊາຍ. ນອກຈາກນັ້ນ, ຄະນະຮັບຜິດຊອບກອງປະຊຸມ ຍັງໄດ້ຈັດຕັ້ງໃຫ້ມີການພົບປະ 2 ຝ່າຍ ລະຫວ່າງ ສະຫະພັນແມ່ຍິງລາວ ກັບ ຄະນະຜູ້ແທນຈາກປະເທດ ມົງໂກລີ ແລະ ປະເທດ ຟິຈິ ເພື່ອສ້າງໂອກາດໃຫ້ມີການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບວຽກງານແມ່ຍິງ, ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ ເຊິ່ງເປັນສ້າງຄວາມສາມັກຄີ ແລະ ສາຍສໍາພັນອັນດີລະຫວ່າງກັນ ເພື່ອສືບຕໍ່ການເຄື່ອນໄຫວວຽກງານໃນຂົງເຂດດັ່ງກ່າວຮ່ວມກັນໃນຕໍ່ໜ້າ. ກອງປະຊຸມດັ່ງກ່າວດຳເນີນພາຍໃຕ້ ການສະໜັບສະໜູນຈາກ ADB ພາກພື້ນອາຊີປາຊີຟິກ. ການເຄື່ອນໄຫວຄັ້ງນີ້ ຖືກຕ້ອນຮັບຢ່າງອົບອຸ່ນຈາກ ສະຖານທູດລາວປະຈຳ ປະເທດຟີລີບປີນ .