ໃນໂອກາດເຂົ້າຮ່ວມກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກສູນກາງສະຫະພັນແມ່ຍິງລາວ ສະໄໝທີ IV, ສະຫາຍ ປ.ອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ຊຶ່ງໄດ້ເນັ້ນບາງບັນຫາ ດັ່ງນີ້:
1. ໃຫ້ພ້ອມກັນຮີບຮ້ອນຜັນຂະຫຍາຍຈັດຕັ້ງປະຕິບັດຜົນສຳເລັດກອງປະຊຸມກາງສະໄໝ ເທື່ອນີ້ ເຂົ້າສູ່ລວງເລິກຕົວຈິງ
2. ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ສສຍລ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວ ທົ່ວປະເທດ ຄັ້ງທີ VIII ກໍ່ຄືແຜນພັດທະນາແມ່ຍິງລາວ ໄປພ້ອມກັບການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ເທື່ອທີ IX ຕິດພັນກັບການປະຕິບັດ ສອງວາລະແຫ່ງຊາດ ໃນຕໍ່ໜ້າ ໃຫ້ມີການຫັນປ່ຽນທີ່ແຂງແຮງ
3. ເພິ່ມທະວີວຽກງານປັບປຸງກໍ່ສ້າງພັກ ແລະ ວຽກງານພະນັກງານ
4. ສືບຕໍ່ສຸມໃສ່ສ້າງ ແລະ ປັບປຸງນິຕິກໍາຕ່າງໆ ຂອງຂະແໜງການແມ່ຍິງລາວ ເຊັ່ນ: ກົດໝາຍ, ນິຕິກໍາລຸ່ມກົດໝາຍ ແລະ ຂໍ້ກຳນົດຕ່າງໆ ໃຫ້ເປັນລະບົບຄົບຊຸດ ແລະ ຮັດກຸມ
5. ສືບຕໍ່ເອົາໃຈໃສ່ວຽກງານປັບປຸງກົງຈັກການຈັດຕັ້ງຂອງສູນກາງສະຫະພັນແມ່ຍິງ ແລະ ຕາມສາຍຕັ້ງ ຕາມທິດ: ກະທັດຮັດ, ໂປ່ງໃສ, ເຂັ້ມແຂງ ມີປະສິດທິພາບ
6. ສືບຕໍ່ປັບປຸງແບບແຜນນຳພາ ແລະ ວິທີເຮັດວຽກ ຂອງຄະນະພັກສູນກາງສະຫະພັນແມ່ຍິງລາວ ແລະ ຄະນະໜ່ວຍພັກ ດ້ວຍຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດຕາມຫຼັກການນຳພາຂອງພັກ, ເປັນຕົ້ນແມ່ນ ຫຼັກການລວມສູນປະຊາທິປະໄຕ, ຕົກລົງບັນຫາສຳຄັນຕ່າງໆເປັນໝູ່ຄະນະ ເສີມຂະຫຍາຍປະຊາທິປະໄຕພາຍໃນຄະນະພັກ, ປະຕິບັດຕາມມະຕິ, ຄຳສັ່ງຂອງຂັ້ນເທິງ; ຕ້ອງປະຕິບັດລະບອບປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ສ່ອງແສງລາຍງານເປັນປົກກະຕິ;
7. ຄະນະພັກສູນກາງສະຫະພັນແມ່ຍິງລາວ ແລະ ບັນດາໜ່ວຍພັກ ຕ້ອງເພີ່ມທະວີວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ເປັນປົກກະຕິ ແລະ ແທດເຖິງທຸກກົມ, ທຸກພະແນກ ເພື່ອກວດຄືນການຈັດຕັ້ງປະຕິບັດບັນ ດາແຜນງານ, ໂຄງການ ກໍຄືຄາດໝາຍຕ່າງໆທີ່ຂັ້ນເທິງ ແລະ ຄະນະພັກວາງອອກ ແຕ່ລະໄລຍະ ໃຫ້ເປັນປົກກະຕິ-ເປັນປະຈຳ;
8. ສືບຕໍ່ເພິ່ມທະວີການນຳພາຂອງຄະນະພັກ ຕໍ່ທຸກຂົງເຂດວຽກງານ ໃຫ້ແທດເຖິງ, ເລິກເຊິ່ງກວ່າເກົ່າ; ປັບປຸງ ແລະ ເພິ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນຄະນະພັກ ແລະ ການນຳ ຂອງສູນກາງສະຫະພັນແມ່ຍິງລາວ ໃຫ້ໜັກແໜ້ນ ເຕົ້າໂຮມຄວາມສາມັກຄີພາຍໃນຄະນະພັກ, ພາຍໃນການນຳຂອງສູນກາງສະຫະພັນແມ່ຍິງ ລາວ ແລະ ຄວາມສາມັກຄີເປັນປຶກແຜ່ນ ໃນທົ່ວອົງຄະນະພັກພວກສະຫາຍ, ຕະຫຼອດເຖິງສະມາຊິກພັກ, ພະນັກງານ-ລັດຖະກອນ ໃນທົ່ວຂະແໜງການຂອງແມ່ຍິງລາວ ໃນທົ່ວປະເທດ.