ວັນທີ 22 ມິຖຸນາ 2023, ທ່ານ ນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຫົວໜ້າກົມພັດທະນາແມ່ຍິງລາວ, ຮອງຫົວໜ້າຫ້ອງການ ສສຍລ, ຕາງໜ້າຈາກ ສຍ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສຍ ນະຄອນຫຼວງວຽງຈັນ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມກອງປະຊຸມເປີດຕົວໂຄງການ “ການເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນການປະຕິບັດວຽກງານດິນຟ້າອາກາດ: ສ້າງຄວາມເຂັ້ມແຂງໃນການປັບຕົວ ແລະ ຄວາມຢືດຢຸ່ນ ໃຫ້ແມ່ຍິງທຸກຍາກໃນຊົນນະບົດ ໂດຍຜ່ານການປັບປຸງຊີວິດການເປັນຢູ່ ແລະ ປັບປຸງການເຂົ້າເຖິງ ນໍ້າດື່ມສະອາດ ແລະ ສຸຂະອະນາໄມ (ຜ່ານລະບົບອອນລາຍ); ກອງປະຊຸມດັ່ງກ່າວຈັດຂຶ້ນທີ່ປະເທດກຳປູເຈຍ. ໂອກາດນີ້ ທ່ານ ປອ ນາງ ນິນປະເສີດ ໄຊຍະພອນສີ ຫົວໜ້າກົມພັດທະນາແມ່ຍິງລາວ ໄດ້ນຳສະເໜີບົດບາດຍິງຊາຍໃນວຽກງານການປ່ຽນແປງດິນຟ້າອາກາດ ຢູ່ໃນ ສປປລາວ ຕື່ມອີກ.