ທ່ານຮອງປະທານຄະນະບໍລິຫານງານ ສສຍລ ພ້ອມຄະນະ ໄປຢ້ຽມຢາມຊາວກະສິກອນປູກຜັກສະອາດໃນເຮືອນຮົ່ມ ບ້ານຫຼັກ 5 ເມືອງໄຊ ແຂວງອຸດົມໄຊ ຊຶ່ງສວນຜັກດັ່ງກ່າວປູກຜັກປະສົມປະສານຫຼາຍຊະນິດ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະ ຜູ້ບໍລິໂພກ. ຫຼັງຈາກນັ້ນ, ຄະນະຈາກ ສສຍລ ແລະ ສຍ ແຂວງອຸດົມໄຊ ໄດ້ໄປກາບໄຫວ້ພະພຸດທະຮູບ ແລະ ຮ່ວມໂມທະນາບຸນ ທີ່ວັດພະເຈົ້າສິງຄໍາ ເມືອງຫຼາ ແຂວງອຸດົມໄຊ ເພື່ອເປັນສິລິມຸງຄຸນ. ວັດພະເຈົ້າສິງຄໍາໄຊຍະຣາມແມ່ນວັດສັກສິດທີ່ຊາວແຂວງອຸດົມໄຊນັບຖື.