ໂທລະສັບ 021 316253

ທ່ານປະທານ ສສຍລ ພ້ອມຄະນະ ໄປຢ້ຽມຢາມ ຄອບຄົວຕົວແບບ

May 2, 2023 | ຂ່າວສານ ແລະ ກິດຈະກຳ

ໃນໂອກາດມາເຄື່ອນໄຫວວຽກງານຢູ່ແຂວງສາລະວັນ ທ່ານປະທານ ສສຍລ ພ້ອມຄະນະ ໄປຢ້ຽມຢາມ ຄອບຄົວຕົວແບບປູກຜັກຫອມລາບ ຂອງຄອບຄົວແມ່ໄກ່ ໄຊຍະວົງ ບ້ານວັງເປືອຍ ເມືອງເລົ່າງາມ ແຂວງສາລະວັນ ຊຶ່ງສວນຜັກດັ່ງກ່າວນອກຈາກປູກຜັກຫອມລາບແລ້ວຍັງປູກມັນຕົ້ນຕາມລະດູການເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະ ຜູ້ບໍລິໂພກ. ຫຼັງຈາກນັ້ນ, ຄະນະຈາກ ສສຍລ ແລະ ສຍ ແຂວງສາລະວັນ ໄດ້ໄປກາບໄຫວ້ພະພຸດທະຮູບ ແລະ​ ຮ່ວມ​ໂມທະນາ​ບຸນ​ ທີ່ວັດສະນຶມນອກ ບ້ານສະນຶມນອກ ເມືອງເລົ່າງາມ ແຂວງສາລະວັນ ເພື່ອເປັນສິລິມຸງຄຸນ ພ້ອມດຽວກັນກໍ່ໄດ້ໄປຢ້ຽມຊົມຕາດເລາະ ເມືອງເລົ່າງາມ ແຂວງສາລະວັນ ຕື່ມອີກ.