loader image

ທ່ານນ.​ ສິລິກິດ​ ບຸບຜາ​ ຮອງປະທານຄະນະບໍລິຫານງານ​ ສສຍລ​ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຊົມສູນຫັດຖະກຳຕໍ່າແຜ່ນ

Jun 9, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ, ແຂວງຫຼວງພະບາງ

ໃນໂອກາດເຄື່ອນໄຫວເຮັດວຽກຢູ່ແຂວງ ຫຼວງພະບາງ ທ່ານນ.​ ສິລິກິດ​ ບຸບຜາ​ ຮອງປະທານຄະນະບໍລິຫານງານ​ ສສຍລ​ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຊົມສູນຫັດຖະກຳຕໍ່າແຜ່ນ ບ້ານຜານົມ​ ເມືອງຫຼວງພະບາງ ແລະ​ ການປັກດິ້ງ ຂອງ​ທ່ານ​ ພອນປະເສີດ​ ວັນນະລັດສະໝີ​ ຢູ່ບ້ານຈູມຄ້ອງ ເມືອງຫຼວງພະບາງ​ ທີ່ເປັນງານສີໄມ້ລາຍມືອັນປານີດ ແລະ​ ເປັນເອກະລັກຂອງແຂວງ.