ໂທລະສັບ 021 316253

ຮອງປະທານຄະນະບໍລິຫານງານ ສສຍລ ເຂົ້າຮ່ວມພິທີເປີດງານວາງສະແດງຮູບພາບ

Jul 17, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສສຍລ ເຂົ້າຮ່ວມພິທີເປີດງານວາງສະແດງຮູບພາບ, ເອກະສານ, ວັດຖຸພັນ ແລະ ປຶ້ມ ພາຍໃຕ້ຫົວຂໍ້ “ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ” ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022.