loader image

ຕອນເຊົ້າ 23 ມິຖຸນາ 2022 ພະແນກສະຫະພັນແມ່ຍິງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII

Jun 27, 2022 | ກິດຈະກຳ, ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ພ້ອມທັງສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂະບວນການຂໍ້ແຂ່ງຂັນ 3 ດີ ໃນໄລຍະ 5 ປີ (2016-2020) ແລະ ຜ່ານທິດທາງແຜນການ 5 ປີ(2021-2025) ໃຫ້ກຽດເປັນປະທານພ້ອມທັງມີຄໍາເຫັນໂອ້ລົມໃນພິທີ ໂດຍ ທ່ານ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ຄະນະປະຈໍາພັກອົງການ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີທ່ານ ພັນເອກ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ເຂົ້າຮ່ວມ ເຜີຍແຜ່ເນື້ອໃນເອກະສານ, ມີຄະນະພັກ-ຄະນະບັນຊາ, ຄະນະນໍາແມ່ຍິງ ແລະ ເອື້ອຍນ້ອງສະຫະພັນແມ່ຍິງ ເຂົ້າຮ່ວມທັງໝົດ 147 ສະຫາຍ, ຊາຍ 15 ສະຫາຍ.
(ຂ່າວ ແລະ ຮູບພາບຈາກ: ຫ້ອງການສະຫະພັນແມ່ຍິງກອງທັບ).