ໂທລະສັບ 021 316253

ຕອນເຊົ້າວັນທີ 27 ພຶດສະພາ 2022, ຄອບຄົວລູກຫຼານ ພົນເອກ ສີສະຫວາດ ແກ້ວບຸນພັນ ອາດີດກຳມະການກົມການເມືອງສູນການພັກ

May 27, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ອາດີດນາຍົກລັດຖະມົນຕີ, ອາດີດປະທານແນວລາວສ້າງຊາດ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິນ ສສ ຫວຽດນາມ ນຳໂດຍ ທ່ານ ຫງຽນ ວັນ ເນນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ນະຄອນໂຮ່ຈິມິນ ໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໂອກາດດຽວກັນນີ້ ທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຕາງໜ້າໃຫ້ຄອບຄົວ ກ່າວຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ຫວນຄືນປະຫວັດການເຄື່ອນໄຫວຂອງທ່ານພົນເອກ ສີສະຫວາດ ແກ້ວບຸນພັນ ໂດຍຫຍໍ້. ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ເປັນໜຶ່ງໃນຄະນະພັກແຄວ້ນລາວ ຊຸດທີ່ໜຶ່ງໃນເມື່ອກ່ອນ ເຊິ່ງໄດ້ກາຍເປັນພັກປະຊາຊົນປະຕິວັດລາວໃນປັດຈຸບັນ, ໜຶ່ງໃນຜູ້ບັນຊາການ ແລະ ຜູ້ສ້າງຕັ້ງກອງຮ້ອຍລາດຊະວົງໃນເມື່ອກ່ອນ ກາຍມາເປັນກອງທັບປະຊາຊົນລາວ ໃນປັດຈຸບັນ. ຕະຫຼອດໄລຍະການເຄື່ອນໄຫວທ່ານໄດ້ປະຕິບັດໜ້າທີ່ຄຽງບ່າຄຽງໄຫຼ່ກັບທະຫານອາສາສະໝັກຫວຽດນາມ ແລະ ຜູ້ນຳອື່ນໆຂອງສອງປະເທດ ດ້ວຍຄວາມຊື່ສັດບໍລິສຸດ, ອັນເປັນທີ່ພວກລູກຫຼານຍັງຈົດຈໍາບໍ່ລືມ ແມ່ນວິລະກໍາອັນລໍ້າເລີດຂອງສອງນາຍທະຫານຜູ້ຍິ່ງໃຫຍ່ຄື ທ່ານ ພົນເອກ ວໍ໊ ຫງວຽນ ຢ້າບ ແລະ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ຜ່ານເສິກສົ່ງຄາມຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ຮ່ວມກັນ, ຮັກແພງເຊິ່ງກັນ ແລະ ກັນ, ກອດຄໍກັນ ແລະ ຮ່ວມສູ້ຮົບຂຸມຄອງດຽວກັນ ສອງພົນເອກເປັນນາຍທະຫານຜູ້ເກັ່ງກ້າ ເຊິ່ງຈາລຶກໄວ້ຄຸນງານຄວາມດີໃຫ້ລູກຫຼານໄດ້ຈາລຶກຕະຫຼອດໄປ.