loader image

ຄະນະຜູ້ແທນຂັ້ນສູງຂອງ ສສຍລ ນຳພາໂດຍ ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສສຍລ ໄດ້ເດີນທາງອອກຈາກນະຄອນດາໜັງ

Jul 5, 2022 | ຂ່າວສານ, ຂ່າວສານ ແລະ ກິດຈະກຳ

ເພື່ອສືບຕໍ່ເຄື່ອນໄຫວວຽກງານຢູ່ແຂວງກວາງນາມ, ສສ ຫວຽດນາມ. ທີ່ແຂວງ ກວາງນາມ, ຄະນະຜູ້ແທນລາວ ໄດ້ຢ້ຽມຊົມກິດຈະກຳກຸ່ມປູກຜັກສະອາດ ໂດຍສະເພາະແມ່ນປູກຜັກຫອມປະເພດຕ່າງໆ ທີ່ສວນ ຈ່າ ເກວ້, ເມືອງໂຮຍອ່ານ ຊຶ່ງເປັນກຸ່ມການຜະລິດສວນຜັກທີ່ມີຊື່ສຽງໃນການປູກຜັກຫອມ ປະມານ 30 ຊະນິດ ທີ່ມີລົດຊາດດີ ແລະ ມີກິ່ນຫອມເປັນພິເສດ ແຕກຕ່າງຈາກທ້ອງຖິ່ນອື່ນໆ. ການປູກຜັກຢູ່ບ້ານດັ່ງກ່າວແມ່ນນຳໃຊ້ຝຸ່ນຄອກ, ຝຸ່ນຊີວະພາບທີ່ປຸງແຕ່ງຈາກພືດ, ໄຄຫີນຈາກແມ່ນ້ຳ ແລະ ອື່ນໆ ຊຶ່ງຜະລິດຢ່າງສະອາດ ແລະ ຄົບວົງຈອນ.